Venezuela ເນລະເທດ ນັກການທູດ ອາເມລິກາ 3 ທ່ານ

Venezuela ເນລະເທດ ນັກການທູດ ອາເມລິກາ 3 ທ່ານ - ảnh 1
ທ່ານ​ປະທານາທິບໍດີ Venezuela, Nicolas Maduro
(ພາບປະກອບ)


(vovworld) - ທ່ານ​ປະທານາທິບໍດີ Venezuela, Nicolas Maduro ​ໄດ້ອອກ​ຄຳ​ສັ່ງເນລະ​ເທດນັກ​ການ​ທູດ 3 ທ່ານຂອງ​ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ນະຄອນຫຼວງ Caracas, ​ໃນ​ນັ້ນ​ມີ​ອຸປະ​ທູດ​ຊົ່ວຄາວ ພາຍຫຼັງທີ່​​ກ່າວຫາວ່າ ນັກ​ການ​ທູດ​ທັງ 3 ທ່ານ ໄດ້ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວທຳລາຍ, ກໍ່​ຄວາມຂາດ​ສະຖານ​ລະ​ພາບ​ຢູ່​ປະ​ເທດ​ອາ​ຟລິ​ກາ​ໃຕ້​ນີ້. ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມນຸມ​ຢູ່​ລັດ Falcon, ການ​ນຳ ​Venezuela ຢືນຢັນວ່າ ​ໄດ້ມີ​ພະຍານຫຼັກ​ຖານ​ກ່ຽວ​ກັບ​ເລື່ອງ​ບັນດາ​ນັກ​ການ​ທູດ​ອາ​ເມ​ລິ​ກາ ​ໄດ້​​ໂຮມ​ປະຊຸມ​ກັບ​ບັນດາ​​ເປົ້າໝາຍຫົວ​ຮຸນ​ແຮງ​ຢູ່​ ​Venezuela​ ເພື່ອ​ອຸ​ປະຖຳ ​ແລະ ກະຕຸກ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ທຳລາຍ​ພື້ນຖານ​ເສດຖະກິດ ​ແລະ ລະບົບ​ໄຟຟ້າ​ຂອງ​ປະ​ເທດ​ນີ້. ທ່ານ​ປະທານາທິບໍດີ​ Maduro ​ໃຫ້​ຮູ້​ວ່າ ຈະ​ຮຽກຮ້ອງ​​ໃຫ້ບັນດາ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ດ້ານ​ກົດໝາຍ​ມີ​ມາດ​ຕະການ​ສຳລັບພວກ​ທີ່​ໄດ້​ອຸດ​ໜູນ​ບັນດານັກ​ການ​ທູດ​ອາ​ເມລິ​ກາ ເຄື່ອນ​ໄຫວ​ຢູ່ລັດ Bolivar. ການ​ນຳຜູ້​​ນີ້​ເນັ້ນ​ໜັກ​ວ່າ ທ່ານ​ຈະຮັບຜິດຊອບ​ຕໍ່​ເລື່ອງເນລະ​ເທດດັ່ງກ່າວ ກໍ່​ຄື​ຕໍ່ບັນດາ​ການ​ກະທຳ​ເຊິ່ງທ່ານ​ຈະຍົກ​ອອກ​ມາ​​​ໃນ​​ໄລຍະ​ຈະ​ມາ​ເຖິງເພື່ອ “ປົກ​ປັກ​ຮັກສາ​ກຽດສັກ​ສີ ​ແລະ ຄວາມ​ສະຫງົບສຸກ​ຂອງ​ປະຊາຊົນ ​Venezuela”.
ຂ່າວ/ບົດ​ອື່ນ