VEX IQ Robotics ທົ່ວປະເທດ ປີ 2023 ຄັດເລືອກ 20 ທິມເຂົ້າຮ່ວມ VEX Robotics World Championship 2023

(VOVWORLD) -   ງານແຂ່ງຂັນນີ້ໄດ້ດຶງດູດຜູ້ເຂົ້າຊົມໂດຍກົງຢູ່ບັນດາສະຖານທີ່ແຂ່ງຂັນທາງການເກືອບ 2.000 ຄົນ ແລະ ຜູ້ຊົມທາງອອນໄລເກືອບ 7.500 ຄົນ. ມີ 911 ນັດແຂ່ງຂັນ
VEX IQ Robotics ທົ່ວປະເທດ ປີ 2023 ຄັດເລືອກ 20 ທິມເຂົ້າຮ່ວມ VEX Robotics World Championship 2023 - ảnh 1ນັກຮຽນເຂົ້າຮ່ວມການແຂ່ງຂັນ

ງານແຂ່ງຂັນຊິງລາງວັນຊະນະເລີດ VEX IQ Robotics ທົ່ວປະເທດປີ 2023, ໂດຍ STEAM for Vietnam (ອົງການປອດກຳໄລຂອງ ອາເມລິກາ ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວໂດຍບັນດານັກຊ່ຽວຊານ ຫວຽດນາມ ຢູ່ທຸກແຫ່ງໃນໂລກ), ສູນອາເມລິກາ (ຂຶ້ນກັບ ສະຖານທູດ ແລະ ສະຖານກົງສູນ ອາເມລິກາ ປະຈຳ ຫວຽດນາມ) ແລະ ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ຮ່ວມກັນຈັດຕັ້ງ, ໄດ້ບັນລຸຜົນສຳເລັດອັນດີງາມພາຍຫຼັງການແຂ່ງຂັນໃນວັນທີ 25 ແລະ 26 ກຸມພາ ຢູ່ ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ.

        ງານແຂ່ງຂັນນີ້ໄດ້ດຶງດູດຜູ້ເຂົ້າຊົມໂດຍກົງຢູ່ບັນດາສະຖານທີ່ແຂ່ງຂັນທາງການເກືອບ 2.000 ຄົນ ແລະ ຜູ້ຊົມທາງອອນໄລເກືອບ 7.500 ຄົນ. ມີ 911 ນັດແຂ່ງຂັນ, ດ້ວຍ 169 ທິມ ທີ່ມາຈາກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 170 ແຫ່ງທີ່ມາຈາກ 33/63 ແຂວງ, ນະຄອນໃນທົ່ວປະເທດ.

        ຄະນະຈັດຕັ້ງໄດ້ມອບ 3 ກຸ່ມລາງວັນຕົ້ນຕໍ, ເຊິ່ງລວມມີ: ລາງວັນແຂ່ງຂັນ, ລາງວັນຂອງຄະນະກຳມະການ ແລະ ບັນດາລາງວັນສຳຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ