Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

(VOVWORLD) - ດ້ວຍຈຳນວນເຮືອບິນກ່ວາ 105 ລຳ ແລະ ຈຳນວນຜູ້ໂດຍສານເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, Vietjet ພວມຕັ້ງໜ້າເປີດກ້ວາງສາຍການບິນອອກສູ່ບັນດາທະວີບ, ພັດທະນາຈຸບິນໃໝ່ ແລະ ທັນສະໄໝ ພ້ອມກັບຄູ່ຮ່ວມມືຍຸດທະສາດ.
Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ) - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂ
(ພາບ: TTXVN)

ວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ບໍລິສັດການບິນ Vietjet ໄດ້ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ  ກັບນະຄອນຫຼວງ ວຽງຈັນ, ເປີດກ້ວາງໂອກາດຮ່ວມມືພັດທະນາເສດຖະກິດ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ. ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ມີ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.

        ດ້ວຍຈຳນວນເຮືອບິນກ່ວາ 105 ລຳ ແລະ ຈຳນວນຜູ້ໂດຍສານເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, Vietjet ພວມຕັ້ງໜ້າເປີດກ້ວາງສາຍການບິນອອກສູ່ບັນດາທະວີບ, ພັດທະນາຈຸບິນໃໝ່ ແລະ ທັນສະໄໝ ພ້ອມກັບຄູ່ຮ່ວມມືຍຸດທະສາດ. ຫວ່າງມໍ່ໆມານີ້, ໃນວັນທີ 22 ກຸມພາ, ທີ່ງານວາງສະແດງການບິນສາກົນ Singapore Airshow 2024, ບໍລິສັດການບິນ Vietjet ແລະ ກຸ່ມບໍລິສັດຜະລິດເຮືອບິນ Airbus ຫາກໍ່ເຊັນຂໍ້ຕົກລົງຫຼັກການ ທີ່ສັ່ງຊື້ເຮືອບິນລຸ້ນໃໝ່ A330neo (A330-900) ຈຳນວນ 20 ລຳ.

ຕອບກັບ

ຂ່າວ/ບົດ​ອື່ນ