Vietnam Airlines ຢຸດ​ຕິ​ຊົ່ວ​ຄາວການ​ປະ​ຕິ​ບັດບັນ​ດາ​ຖ້ຽວ​ບິນ​ລະ​ຫວ່າງຫວ​ຽດ​ນາມແລະລັດ​ເຊຍ, ໄຕ້ຫວັນ (ຈີນ)

(VOVWORLD) -Vietnam Airlines ໄດ້ຕົກລົງ ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໄຕ້ຫວັນ (ຈີນ) ນັບແຕ່ວັນທີ 19 ມີນາ 2020.
Vietnam Airlines ຢຸດ​ຕິ​ຊົ່ວ​ຄາວການ​ປະ​ຕິ​ບັດບັນ​ດາ​ຖ້ຽວ​ບິນ​ລະ​ຫວ່າງຫວ​ຽດ​ນາມແລະລັດ​ເຊຍ, ໄຕ້ຫວັນ (ຈີນ) - ảnh 1ເຮືອບິນຂອງບໍລິສັດ  Vietnam Airlines

ຕອນຄ່ຳວັນທີ 18 ມີນາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ ຍ້ອນການຜັນແປນັບມື້ນັບຮ້າຍແຮງຂອງໂລກລະບາດCovid – 19 ແລະ ນະໂຍບາຍຈຳກັດຄົນເຂົ້າເມືອງ ລະຫວ່າງ ບັນດາປະເທດ, Vietnam Airlines ໄດ້ຕົກລົງ ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໄຕ້ຫວັນ (ຈີນ) ນັບແຕ່ວັນທີ 19 ມີນາ 2020.

ເພື່ອໜູນຊ່ວຍໃຫ້ແກ່ຜູ້ໂດຍສານທີ່ຖືກຜົນສະທ້ອນ, ຜູ້ຕາງໜ້າ Vietnam Airlines ໃຫ້ຮູ້ວ່າ, ທາງບໍລິສັດຈະຍົກເວັ້ນເງື່ອນໄຂ ແລະ ຄ່າທຳນຽມຕ່າງໆໃຫ້ແກ່ຜູ້ໂດຍສານເຫຼົ່ານັ້ນປ່ຽນຖ້ຽວບິນອື່ນ ຫຼື ປ່ຽນວັນບິນ.

ຕອບກັບ

ຂ່າວ/ບົດ​ອື່ນ