VietnamPlus ຍາດໄດ້ລາງວັນສາກົນກ່ຽວກັບສື່ມວນຊົນມີຫົວຄິດປະດິດສ້າງໃຫ້ຜູ້ອ່ານໜຸ່ມ

VietnamPlus ຍາດໄດ້ລາງວັນສາກົນກ່ຽວກັບສື່ມວນຊົນມີຫົວຄິດປະດິດສ້າງໃຫ້ຜູ້ອ່ານໜຸ່ມ - ảnh 1
ຜະລິດ​ຕະພັນ​ສື່ມວນ​ຊົນ​ມີ​ຄົວ​ຄິດ​ປະດິດ​ສ້າງ Rap News Plus
(ພາບ: vietnamplus.vn)


(vovworld) – ໜັງ​ສືພິມ​ເອ​ເລກ​ໂຕ​ນິກ VietnamPlus ຂອງ​ສຳນັກ​ຂ່າວສານ​ຫວຽດນາ​ມ ຍາດ​ໄດ້​ລາງວັນສຳຄັນທີ່​ສະຫງວນ​ໃຫ້ແກ່​ຜະລິດ​ຕະພັນ​ສື່ມວນ​ຊົນ​ມີ​ຄົວ​ຄິດ​ປະດິດ​ສ້າງ Rap News Plus ມຸ່ງ​ໄປ​ເຖິງ​ລຸ່ນໜຸ່ມ​ຂອງ​ສະມາຄົມ​ບັນດາ​ໜັງ​ສື​ພິມ​ລາຍ​ວັນ ​ແລະ ​ໂຮງພິມ​ຈຳໜ່າຍ​ຂ່າວ​ໂລກ (WAN - IFRA). ບັນດາ​ລາງວັນທີ່​ຜູ້​ອ່ານ​ໜຸ່ມ​​ໂລກ​ປະຈຳ​ປີ ຈະ​ໄດ້ຖືກ​ມອບ​ທີ່ຢູ່​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ຜູ້​ອ່ານ​ໜຸ່ມ​ໂລກ ​ແລະ ຫົວຄິດ​ປະດິດ​ສ້າງ (World Young Reader Sumit and Ideathon) ຂອງ WAN – IFRA, ​ເຊິ່ງຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24 – 26/11 ຢູ່​ບາ​ລີ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ລາງວັນ​ທີ່​ສະຫງວນ​ໃຫ້ VietnamPlus ​ແມ່ນ​ລາງວັນ​ທີ່​ໜຶ່ງ “Digital First” ​​ເພື່ອເຊີດ​ຊູ​ບັນດາ​ນັກ​ຂ່າວ​ທີ່ມີ​ມາດ​ຕະການ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ລຸ່ນ​ໜຸ່ມຜ່ານ​ໂທລະສັບ​ມີ​ຖື ຄວມພິວ​ເຕີ ​ແລະ ​ເຄື່ອງອຸປະກອນ​ເອ​ເລກ​ໂຕ​ນິກອື່ນໆ. Rap News Plus ​ໄດ້​ຮັບ​ການໂຄສະນາ​ໃນ​ໜັງ​ສືພິມ, ວິທະຍຸກະ​ຈາ​ຍສຽງ, ໂທລະພາບຂອງ​ຫວຽດນາມ ​ແລະ ​ໃນ​ບັນດາ​ຊ່ອງ​ສື່ມວນ​ຊົນສາກົນ​ຄື BBC, The Guardian (ອັງ​ກິດ), VOA (ອາ​ເມ​ລິ​ກາ), Deutsche Welle (​ເຢຍລະ​ມັນ).

ຂ່າວ/ບົດ​ອື່ນ