Vina Mazda ສົ່ງລົດໂອໂຕ Mazda ທຳອິດໄປຍັງລາວ

Vina Mazda ສົ່ງລົດໂອໂຕ Mazda ທຳອິດໄປຍັງລາວ - ảnh 1
ບໍ​ລິ​ສັດ Vina Mazda ​ໄດ້​ມອບ​ສົ່ງ​ລົດ​ທ່ອງ​ທ່ຽວຍີ່​ຫໍ້ Mazda ​
ງວດ​ທຳ​ອິດໃຫ້​ແກ່​ກຸ່ມ​ບໍ​ລິ​ສັດ Mazda ​ເພື່ອ​ສົ່ງອອກໄປ​ຍັງ​ລາວ
(ພາບ: baodautu.vn)


(vovworld) - ​ ຢູ່​ເຂດ​ອຸດສາຫະກຳ​ປະສົມລົດ​ໂອ​ໂຕ ຈູ​ລາຍ - ​ເຈື່ອງ​ຫາຍ, ບໍ​ລິ​ສັດ Vina Mazda ​ໄດ້​ມອບ​ສົ່ງ​ລົດ​ທ່ອງ​ທ່ຽວຍີ່​ຫໍ້ Mazda ​ງວດ​ທຳ​ອິດໃຫ້​ແກ່​ກຸ່ມ​ບໍ​ລິ​ສັດ Mazda ​ເພື່ອ​ສົ່ງອອກໄປ​ຍັງ​ລາວ. ນີ້​ແມ່ນບັນດາ​ລົດໂອ​ໂຕທຳ​ອິດຂອງ Vina Mazda ທີ່​ຖືກສົ່ງ​ອອກ​ໄປ​ຍັງ​ລາວ. ​ໃນ​ການ​ມອບ​ສົ່ງລົດ​ໂອ​ໂຕ​ຄັ້ງນີ້ 2 ຝ່າຍ​ໄດ້​ມອບ​ສົ່ງ​ລົດ​ໂອ​ໂຕ 25 ຄັນ. ຄາດ​ວ່າ ​ໃນ​ປີ 2013, Vina Mazda ຈະ​ສົ່ງ​ອອກລົດໂອ​ໂຕ​ປະມານ 300 ຄັນ ​ໄປ​ຍັງ​ຕະຫຼາດ​ລາວ, ກຳປູ​ເຈຍ, ມຽນມາ. ທ່ານ​ຟ້າ​ມວັນ​ຕ່າ​ຍ, ຜູ້ອຳ​ນວຍ​ການ​ໃຫຍ່​ບໍລິ​ວັດ Vina Mazda ​ໃຫ້​ຮູ້​ວ່າ, ບັນດາ​ຜະລິດ​ຕະພັນ​ນີ້ ບັນ​ລຸ​ມາດຕະຖານ​ຂອງ Mazda Motor. ​ເຫດການ Vina Mazda ມອບ​ສົ່ງ​ລົດໂອ​ໂຕ​ໃຫ້​ແກ່​ກຸ່ມ​ບໍລິສັດ Mazda ​ເພື່ອ​ສົ່ງ​​ອອກໄປ​ຍັງ​ລາວ ​​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ເປີດ​ກວ້າງ​ຕະຫຼາດ ​ໄປ​ຍັງ​ບັນດາ​ປະ​ເທດ​ອື່ນໆໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ