VinFast-ເຄື່ອງໝາຍການຄ້າລົດໂອໂຕທຳອິດຂອງຫວຽດນາມເປີດຕົວຢ່າງເປັນທາງການຢູ່ Paris Motor Show 2018

(VOVWORLD) -ວັນທີ 02 ຕຸລາ, 2 ແບບລົດໂອໂຕຄື  ລຸ່ນ Sedan ແລະ ລຸ່ນ SUV ຂອງ VinFast, ເຊິ່ງເປັນເຄື່ອງໝາຍການຄ້າລົດໂອໂຕທຳອິດຂອງຫວຽດນາມ ໄດ້ເປີດຕົວເຖິງມວນຊົນຢ່າງເປັນທາງການ, ຢູ່ງານວາງສະແດງລົດໂອໂຕ ປາຣີ ຄັ້ງທີ 120 (Paris Motor Show 2018), ເຊິ່ງແມ່ນໜຶ່ງໃນບັນດາງານວາງສະແດງລົດໂອໂຕທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ.

VinFast-ເຄື່ອງໝາຍການຄ້າລົດໂອໂຕທຳອິດຂອງຫວຽດນາມເປີດຕົວຢ່າງເປັນທາງການຢູ່ Paris Motor Show 2018 - ảnh 1 2 ແບບລົດໂອໂຕຄື ລຸ່ນ Sedan ແລະ ລຸ່ນ SUV ຂອງ VinFast

(ພາບ: Zing.vn)

ເປັນຄັ້ງທຳອິດ, ເຄື່ອງໝາຍລົດໂອໂຕຂອງຫວຽດນາມ ຈະໄດ້ເປີດຕົວພ້ອມກັບບັນດາຍີ່ຫໍ້ແຖວໜ້າຄື: Mercedes, Porcher, Audi… ນຳຫວຽດນາມ ຢືນພ້ອມກັບບັນດາເຄື່ອງໝາຍລົດໂອໂຕແຖວໜ້າໃນຂະແໜງອຸດສາຫະກຳລົດໂອໂຕສາກົນຄື: ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ອັງກິດ.

        2 ແບບລົດໂອໂຕລຸ່ນ Sedan ແລະ ລຸ່ນ SUV ຂອງ VinFast ໂດຍ Italy Design ແລະ Pininfarina ອອກແບບ. ການເປີດຕົວຂອງ VinFast ຢູ່ Paris Motor Show 2018 ໄດ້ສ້າງຄວາມແປກປະຫຼາດຕໍ່ວົງການນັກວິຊາການໃນຂະແໜງ ແລະ ສື່ມວນຊົນສາກົນໃນຕະຫຼອດໄລຍະຜ່ານມາ. ມີບົດຂຽນນັບພັນໆບົດໄດ້ອອກຂ່າວກ່ຽວກັບລົດໂອໂຕຍີ່ຫໍ້ໃໝ່ແຕ່ໄດ້ສ້າງຂີດໝາຍເມື່ອເປີດຕົວລົດໂອໂຕຄັນຕ່າງໆທຳອິດພຽງໃນເວລາກວ່າ 365 ວັນ, ສິ່ງທີ່ບັນດາຍີ່ຫໍ້ລົດໂອໂຕທີ່ມີຊື່ສຽງໃນໂລກກໍ່ຕ້ອງເສຍເວລາຢ່າງນ້ອຍສຸດ 2 – 3 ປີ. ພິເສດ, ລົດໂອໂຕທັງ 2 ແບບນີ້ໄດ້ຮັບການຕີລາຄາສູງກ່ຽວກັບຄວາມງາມ, ກໍຄືບັນດາມາດຕະຖານສາກົນສູງສຸດ.  ງານວາງສະແດງປາຣີ 2018 ຖືກໄຂຂຶ້ນແຕ່ວັນທີ 04 – 14 ຕຸລາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ