VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ+3 ປະສົບຜົນສຳເລັດ

(VOVWORLD) - ຮອບຊິງຊະນະເລີດງານປະກວດສຽງເພງ ອາຊຽນ+3 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຕັ້ງ ໄດ້ດຳເນີນໃນຕອນຄ່ຳວັນທີ 20 ສິງຫາ, ຢູ່ເທດສະບານເມືອງ ເຊີ່ມເຊີນ, ແຂວງ ແທງຮ໋ວາ. 
VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ+3 ປະສົບຜົນສຳເລັດ - ảnh 1  ທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ VOV

ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 -8/8/2017) ແລະ 72 ປີແຫ່ງວັນສ້າງຕັ້ງ VOV (7/9/1945 -7/9/2017). ເຂົ້າຮ່ວມຮອບຊິງຊະນະເລີດງານປະກວດສຽງເພງ ອາຊຽນ+3 ມີທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ພ້ອມກັບການນຳບັນດາກະຊວງ, ຄະນະ, ຂະແໜງການ, ການນຳບັນດາສະຖານທູດ.

        ກ່າວຄຳເຫັນທີ່ ຮອບຊິງຊະນະເລີດ “ງານປະກວດສຽງເພງ ອາຊຽນ+3”, ທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ:

        “ດົນຕີຢູ່ທຸກບ່ອນ, ທຸກເວລາ, ບໍ່ຈຳແນກປະເທດຊາດ, ຊົນຊາດ, ມີລັກສະນະວັດທະນະທຳມະນຸດອັນສູງສົ່ງ. ງານປະກວດສຽງເພງ ອາຊຽນ +3 ຈັດຂຶ້ນແຕ່ວັນທີ 17 -20 ສິງຫາ 2017 ດ້ວຍບັນດາບົດປະພັນດົນຕີໄດ້ຮັບການສະແດງນັ້ນຈະແມ່ນໂອກາດເພື່ອໃຫ້ບັນດານັກສິລະປະປິນແນະນຳພື້ນຖານດົນຕີຂອງປະເທດຕົນ, ສະແດງຄວາມສາມາດຂອງຕົນເອງ ແລະ ພ້ອມກັນພົບປະແລກປ່ຽນໃນສະພາບແວດລ້ອມສິລະປະອາຊີບ”

VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ+3 ປະສົບຜົນສຳເລັດ - ảnh 2ພິທີມອບລາງວັນ 

        ເມື່ອງານປະກວດສຽງເພງ ອາຊຽນ +3 ໄດ້ສິ້ນສຸດລົງ, ຜູ້ຍາດໄດ້ລາງວັນທີໜຶ່ງແມ່ນນັກຮ້ອງ Darlin Joy Bate ມາຈາກປະເທດ ຟີລິບປິນ. 2 ລາງວັນທີສອງມອບໃຫ້ນັກຮ້ອງ ທູລານ (ຫວຽດນາມ) ແລະ Ni Ni Khin Zaw (ປະເທດ ມຽນມາ). ສອງລາງວັນທີ 3 ມອບໃຫ້ນັກຮ້ອງ ຟ້າມຕ໋ຽນແມ້ງ (ຫວຽດນາມ) ແລະ Alvir Anthony Subrado (ປະເທດ ຟີລິບປິນ).

ຕອບກັບ

ຂ່າວ/ບົດ​ອື່ນ