VOV ຊຸກຍູ້ການຮ່ວມມືກັບ ວິທະຍຸກະຈາຍສຽງຈີນ ແລະ ບູນກາຣີ

VOV ຊຸກຍູ້ການຮ່ວມມືກັບ ວິທະຍຸກະຈາຍສຽງຈີນ ແລະ ບູນກາຣີ - ảnh 1
ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ
​ເຮັດ​ວຽກ​ກັບ​ວິທະຍຸ​ກະຈາຍສຽງ​ສາກົນ​ຈີນ
(ພາບ: radiovietnam.vn)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 02 – 08/04/2013, ຄະນະ​ປະຕິບັດ​ງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ນຳ​ໜ້າໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ວິທະຍຸ​ກະຈາຍສຽງ​ສາກົນ​ຈີນ (CRI) ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ບູນກາຣີ (BNR). ​ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ມາແຕ່​ດົນ​ນານ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ VOV ກັບ ວິທະຍຸ​ກະຈາຍສຽງ​ຂອງ​ຈີນ ​ແລະ ບູນກາຣີ. ຢູ່​ປະ​ເທດ​ຈີນ, 2 ​ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ການ​ນຳ, ນັກ​ຂ່າວ ກໍ​ຄື​ແລກ​ປ່ຽນ​ບັນດາ​ລາຍການ​ກະຈາຍສຽງ, ​ເພງ​ພື້ນ​ເມືອງຂອງ​ 2 ປະ​ເທດ.

VOV ຊຸກຍູ້ການຮ່ວມມືກັບ ວິທະຍຸກະຈາຍສຽງຈີນ ແລະ ບູນກາຣີ - ảnh 2
(ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ
ເຮັດ​ວຽກ​ກັບວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ບູນກາຣີ (BNR)

ທີ່​ບູນກາ​ຣີ, ການ​ນຳ 2 ວິທະຍຸ​ໄດ້​​ເຫັນ​ດີເພີ່ມ​ທະວີການ​ແລກປ່ຽນ​ຄະນະ​ນັກ​ຂ່າວ, ການ​ນຳ, ນັກ​ສີ​ລະ​ປິນ ​ແລະ ຜູ້​ຊ່າວ​ຊານ​ໃນ​ຂົງ​ເຂດ​ກະຈາຍສຽງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະທຳ, ພ້ອມ​ທັງ​ແບ່ງປັນ​ບົດຮຽນ ​ເພື່ອ​​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ລາຍ​ການຈະ​ຈາ​ຍສຽງ​ຂອງ​ແຕ່ລະ​ປະ​ເທດ. VOV ​ແລະ BNR ຈະ​ຮ່ວມ​ມື​ຈັດ​ຕັ້ງ​ບັນ​ດາການ​ເຄື່ອນ​ໄຫ​ວສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ເນື່ອງ​​ໃນ​ໂອກາດ​ຈັດ​ຕັ້ງ​ເຫດການ​ຕ່າງໆ​ທີ່​ສຳຄັນ​ຂອງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ