VOV ຍາດໄດ້ 3 ລາງວັນ ABU ໃນປີ 2023

ປີນີ້, ABU ໄດ້ຮັບ 357 ຜົນງານໃນ 3 ປະເພດ: ໂທລະພາບ, ກະຈາຍສຽງ ແລະ ເນື້ອໃນດີຈີຕອນ, ຂອງກ່ວາ 50 ອົງການກະຈາຍສຽງ - ໂທລະພາບເປັນສະມາຊິກຂອງ ABU, ໃນນັ້ນມີຫຼາຍສຳນັກຂ່າວສານໃຫຍ່, ຄື: NHK ຍີ່ປຸ່ນ, KBS ສ ເກົາຫຼີ, BBC ອັງກິດ, CMG ຈີນ, ABC ອົດສະຕາລີ, AIR ອິນເດຍ, TRT ຕວກກີ, RRI ອິນໂດເນເຊຍ, Mediacorp Singapore, VOA ອາເມລິກາ

VOV ຍາດໄດ້ 3 ລາງວັນ ABU ໃນປີ 2023 - ảnh 1ນັກຂ່າວ ຫງວຽນຮົ່ງເວີນ, ຕາງໜ້າໃຫ້ກຸ່ມນັກຂ່າວໄດ້ຮັບລາງວັນ

ຕອນຄ່ຳວັນທີ 31 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ເຊີອຸນ, ສ ເກົາຫຼີ, ໃນຂອບເຂດກອງປະຊຸມຄັ້ງທີ 60 ສະມັດຊາໃຫຍ່ ສະຫະສະມາຄົມວິທະຍຸ - ກະຈາຍສຽງ ອາຊີ - ປາຊີຟິກ (ABU), ໄດ້ຈັດພິທີມອບລາງວັນ ABU ປີ 2023 - ເຊິ່ງເປັນລາງວັນຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ.
ປີນີ້, ABU ໄດ້ຮັບ 357 ຜົນງານໃນ 3 ປະເພດ: ໂທລະພາບ, ກະຈາຍສຽງ ແລະ ເນື້ອໃນດີຈີຕອນ, ຂອງກ່ວາ 50 ອົງການກະຈາຍສຽງ - ໂທລະພາບເປັນສະມາຊິກຂອງ ABU, ໃນນັ້ນມີຫຼາຍສຳນັກຂ່າວສານໃຫຍ່, ຄື: NHK ຍີ່ປຸ່ນ, KBS ສ ເກົາຫຼີ, BBC ອັງກິດ, CMG ຈີນ, ABC ອົດສະຕາລີ, AIR ອິນເດຍ, TRT ຕວກກີ, RRI ອິນໂດເນເຊຍ, Mediacorp Singapore, VOA ອາເມລິກາ
ນີ້ເປັນຄັ້ງທຳອິດ VOV ຍາດໄດ້ລາງວັນດີເດັ່ນຂອງປະເພດ ສານສັງຄົມ. ນັກຂ່າວ ຫງວຽນຮົ່ງເວີນ, ຕາງໜ້າໃຫ້ກຸ່ມນັກຂ່າວໄດ້ຮັບລາງວັນ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ຕາງໜ້າໃຫ້ເພື່ອນຮ່ວມງານໄປຮັບລາງວັນ. ລາງວັນນີ້ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ບັນດາຄວາມມານະພະຍາຍາມປະກອບອາຊີບຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຫວັງວ່າ, ຜົນງານຂອງຕົນຈະເປັນແຫຼ່ງບັນດານໃຈໃຫ້ແກ່ປະຊາຄົມ ເພື່ອພ້ອມກັນຊ່ວຍເຫຼືອບັນດາຄົນເຈັບຕິດໂລກມະເຮັງ”.
ນັບແຕ່ປີ 2011 ມາຮອດປະຈຸບັນ, VOV ໄດ້ຮັບທັງໝົດ 14 ລາງວັນ ABU, ໃນນັ້ນ, ຈຸດເດັ່ນແມ່ນ 2 ປີມໍ່ໆມານີ້, ປີ 2022 ແລະ 2023 , ປີໃດກໍ່ໄດ້ຮັບ 3 ລາງວັນ

ຕອບກັບ

ຂ່າວ/ບົດ​ອື່ນ