VOV ມອບ​ລາງວັນ​ສຽງ​ເວົ້າ​ຫວຽດ​ນາມ ຄັ້ງ​ທີ 3 ປີ 2019

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນສຽງເວົ້າຫວຽດນາມ ຄັ້ງທີ 3 ປີ 2019.
VOV ມອບ​ລາງວັນ​ສຽງ​ເວົ້າ​ຫວຽດ​ນາມ ຄັ້ງ​ທີ 3 ປີ 2019 - ảnh 1

     ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບລາງວັນໃນຄັ້ງນີ້ ແລະ ຢືນຢັນວ່າ: ໃນຕະຫຼອດ 3 ປີໄດ້ຈັດຕັ້ງຂຶ້ນ, ບັນດາຫົວໜ່ວຍພາຍໃນ ແລະ ນອກ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ແລະ ແທດຈິງ, ບັນດາຜົນງານມີຄຸນນະພາບສູງກ່ວາເກົ່າ.

  ປີນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບ 1 ລາງວັນພິເສດ, 4 ລາງວັນທີ 1, 7 ລາງວັນທີ 2 ແລະ 10 ລາງວັນທີ 3 ໃນປະເພດຕ່າງໆຄື: ກະຈາຍສຽງ; ໂທລະພາບ; ໜັງສືພິມ-ສື່ເອເລັກໂຕນິກ, ລາງວັນໃຫ້ແກ່ໂຄສົກ, ຂົງເຂດດິດສ້າງ, ສະແດງສິລະປະ…

  ພ້ອມກັບພິທີມອບລາງວັນສຽງເວົ້າຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ, ກໍ່ໄດ້ຈັດໃຫ້ມີການເຄື່ອນໄຫວຕ່າງໆຄື: ການພົບປະສ້າງສັນກັບພະນັກງານລັດຖະກອນເຄີຍເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ ລຸ້ນຕ່າງໆ, ງານຕະຫຼາດນັດ VOV 2019; ງານມະໂຫລານສິລະປະ ວິທະຍຸກະຈາຍສຽງຫວຽດນາມປີ 2019….

ຕອບກັບ

ຂ່າວ/ບົດ​ອື່ນ