VOV ​ເພີ່ມ​ທະວີ​ການ ​ຮ່ວມ​ມື​ດ້ານ​ສື່ສານ ​ກັບ​ໄທ

VOV ​ເພີ່ມ​ທະວີ​ການ ​ຮ່ວມ​ມື​ດ້ານ​ສື່ສານ ​ກັບ​ໄທ - ảnh 1

 (ພາບ: vov )

(vovworld) –​ວັນ​ທີ 4/8, ຢູ່​ນະຄອນຫຼວງ​ບາງກອກ, ປະ​ເທດ​ໄທ, ​ໄດ້​ຈັດ​ໃຫ້​ມີ​ການ​ປະຊຸມ​ປະຈຳ​ປີ​ຄັ້ງທີ 6 ຂອງ​ຄະນະ​ກຳມະການ​ປະສົມ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ກົມ​ປະຊາສຳພັນ​ໄທ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຖະ​ແຫຼ​ງຂ່າວ-​ໂຄສະນາ​ລະຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ລະອຽດ, ​ແທດ​ຈິງ; ​ໂດຍ​ສະ​ເພາະ​ແມ່ນ​ການແລກປ່ຽນ​​ບັນດາ​ຜະລິດ​ຕະພັນ​ສື່ສານ; ​ແລກປ່ຽນ​ບັນດາ​ຄະນະ​ປະຕິບັດ​ງານ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ​ປະ​ເທດ​ຊາດ, ວັດທະນະທຳ, ປະຊາຊົນ​ແຕ່ລະ​ປະ​ເທດ​ກໍ່​ຄື​ໂຄສະນາ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ອາ​ຊຽນ.

  ກົມ​ປະຊາສຳພັນ​ໄທ (PRD) ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂໍ້​ສະ​ເໜີ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ເລື່ອງ​​ເພີ່ມບັນດາ​ເອກະສານ​ກ່ຽວ​ກັບ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນ​ຢູ່​ເຂດ​ໄທ​ອີສານ​ໃນ​ໄລຍະ 1928-1929 ​ເຂົ້າບັນດາ​ຜະລິດ​ຕະພັນ​ສື່ສານ​ຂອງກົມ​ປະຊາສຳພັນ​ໄທ.

  ທ່ານ​ຫົວໜ້າກົມ​ປະຊາສຳພັນ​ໄທ ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໂງ​ມິ​ງຫຽນ ​ໄດ້​ເຊັນ​ບົດ​ບັນທຶກ​ຮັບຮອງ​ໝາກຜົນ​ການ​ປະຊຸມ​ຄັ້ງນີ້ ​ແລະ ​ເຫັນ​ດີ​ເປັນ​ເອກະ​ສັນ​ສູງ​ໃນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ສອງ​ຝ່າຍ​ບັນລຸ​ໄດ້​ໃນ​ການ​ປະຊຸມ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ກົມ​ປະຊາສຳພັນ​ໄທ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ