WB: ປີ 2023 ແມ່ນປີ “ກ້າແກ່ນ” ຂອງເສດຖະກິດ ຫວຽດນາມ

(VOVWORLD) - WB ຄາດຄະເນວ່າ, ເສດຖະກິດຂອງ ຫວຽດນາມ ບັນລຸການເຕີບໂຕຢ່າງຕັ້ງໜ້າເມືື່ອທຽບໃສ່ຫຼາຍພື້ນຖານເສດຖະກິດອື່ນ
WB: ປີ 2023 ແມ່ນປີ “ກ້າແກ່ນ” ຂອງເສດຖະກິດ ຫວຽດນາມ - ảnh 1(ພາບປະກອບ: TTXVN)

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບເສດຖະກິດ ຫວຽດນາມ ປີ 2023, ທ່ານ Andrea Coppola, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ (WB) ປະຈຳ ຫວຽດນາມ ຖືວ່າ, ເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າປີໜຶ່ງທີ່ “ກ້າແກ່ນ”.

        ໃນບົດລາຍງານອັບເດດເສດຖະກິດ ອາຊີ ແລະ ປາຊີຟິກ ຫຼ້າສຸດຫວ່າງມໍ່ໆມານີ້, WB ຄາດຄະເນວ່າ, ເສດຖະກິດຂອງ ຫວຽດນາມ ບັນລຸການເຕີບໂຕຢ່າງຕັ້ງໜ້າເມືື່ອທຽບໃສ່ຫຼາຍພື້ນຖານເສດຖະກິດອື່ນ, ພິຈາລະນາໃນສະພາບທີ່ມືດມົວທົ່ວໂລກ. ທ່ານ Coppola, ຕີລາຄາວ່າ, ການຊຸດໂຊມທົ່ວໂລກແມ່ນເຫດການຊ໊ອກໃຫຍ່ສຳລັບພື້ນຖານເສດຖະກິດເປີດຄື ຫວຽດນາມ, ແຕ່ ຫວຽດນາມ ຍັງຮັກສາລະດັບເຕີບໂຕເຊິ່ງຫຼາຍປະເທດໃນໂລກຢາກບັນລຸໄດ້. ພ້ອມກັນນັ້ນ, ທ່ານກໍ່ຖືວ່າ, ປີ 2023 ຫວຽດນາມ ໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກປະຊາຄົມສາກົນ ຜ່ານການມາຢ້ຽມຢາມ ຫວຽດນາມ ຄັ້ງຕ່າງໆຂອງປະມຸກລັດໃນໂລກຫຼາຍທ່ານ. ຍ້ອນເຫດນັ້ນ, ຫວຽດນາມ ນັບມື້ນັບໄດ້ຮັບການຕີລາຄາວ່າແມ່ນສະຖານທີ່ດູດດື່ມສຳລັບນັກລົງທຶນສາກົນ ຍ້ອນເສດຖະກິດ, ການເມືອງມີສະຖຽນລະພາບ ແລະ ຄວາມສາມາດໃນການເຊື່ອມໂຍງເສດຖະກິດທົ່ວໂລກ.

        ກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2024, WB ໃຫ້ຂໍ້ສັງເກດວ່າ ການສົ່ງອອກຂອງ ຫວຽດນາມ ກັບບັນດາຄູ່ຄ້າຕົ້ນຕໍໃນໂລກຈະຟື້ນຟູໃນປີ 2024, ເຖິງວ່າຢູ່ໃນລະດັບຊ້າກໍ່ຕາມ.

        ຕາມການຄາດຄະເນຂອງ WB ແລ້ວ, ເສດຖະກິດ ຫວຽດນາມ ຈະເຕີບໂຕໃນລະດັບປະມານ 5,5% ໃນປີ 2024 ແລະ 6,0% ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ