WB ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ

(VOVWORLD) -ທ່ານນາງ Manuela V. Ferro ໄດ້ເນັ້ນໜັກວ່າ WB ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ບົນເສັ້ນທາງແຫ່ງການພັດທະນາໃນໄລຍະຈະມາເຖິງ, ພ້ອມແລ້ວທີ່ຈະໜູນຊ່ວຍຢ່າງຕັ້ງໜ້າໃນການສ້າງບົດລາຍງານຫວຽດນາມ 2045. 
WB ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງ Manuela V. Ferro ຮອງປະທານທະນາຄານໂລກ (WB) 

ຕອນບ່າຍວັນທີ 21 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Manuela V. Ferro ຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖື WB ແມ່ນຄູ່ຮ່ວມມືພັດທະນາທີ່ສຳຄັນ; WB ໄດ້ສະໜັບສະໜູນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໄດ້ໃຫ້ຄຳປຶກສາຫຼາຍຢ່າງກ່ຽວກັບນະໂຍບາຍມະຫາພາກ ແລະ ຫວ່າງມໍ່ໆມານີ້ ໄດ້ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນໃນການກໍ່ສ້າງລັດຖະບານເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ WB ຄວນໃຫ້ບຸລິມະສິດແກ່ຫວຽດນາມ ສືບຕໍ່ເຂົ້າເຖິງບ້ວງເງິນຊ່ວຍເຫຼືອຫລ້າ; ຍູ້ແຮງການປຶກສາຫາລື ແລະ ໜູນຊ່ວຍປະສົບການສາກົນ, ສວຍໃຊ້ບັນດາກຳລັງໜູນໃນການເຕີບໂຕໃໝ່ ແລະ ຍືນຍົງໃຫ້ດີທີ່ສຸດ. ສ່ວນຝ່າຍ ຫວຽດນາມ, ລັດຖະບານຈະສືບຕໍ່ໃຫ້ຄຳປຶກສາ WB ແລະ ກຸ່ມ 6 ທະນາຄານພັດທະນາເພື່ອປຶກສາຫາລືບັນດາມາດຕະການລະອຽດ ແນໃສ່ສືບຕໍ່ບູລະນະລະບອບລະບຽບການ, ນະໂຍບາຍ ODA, ແກ້ໄຂບັນດາຂໍ້ຕິດຂັດຢ່າງຮີບດ່ວນຕາມທິດການປະຕິບັດບັນດາລະບຽບການທີ່ອະນຸມັດເປັນງ່າຍດາຍ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດໄປຄຽງຄູ່ກັບການເພີ່ມທະວີການຕິດຕາມກວດກາ, ຫັນການປະຕິບັດລະຫວ່າງບັນດາຝ່າຍຢ່າງກົມກຽມເພື່ອຜັນຍຂະຫຍາຍບັນດາໂຄງການຮັບປະກັນປະສິດທິຜົນ ແລະ ຄວາມຄືບໜ້າ.

ສ່ວນທ່ານນາງ Manuela V. Ferro ໄດ້ເນັ້ນໜັກວ່າ WB ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ບົນເສັ້ນທາງແຫ່ງການພັດທະນາໃນໄລຍະຈະມາເຖິງ, ພ້ອມແລ້ວທີ່ຈະໜູນຊ່ວຍຢ່າງຕັ້ງໜ້າໃນການສ້າງບົດລາຍງານຫວຽດນາມ 2045. ຜ່ານນັ້ນ ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຍຸດທະສາດ, ແຜນການ, ເປົ້າໝາຍທີ່ວາງອອກ, ພິເສດແມ່ນໃນການລະດົມບັນດາແຫຼ່ງກຳລັງສັງຄົມ, ພັດທະນາພື້ນຖານໂຄງລ່າງ, ປະຕິບັດການຫັນເປັນສີຂຽວ, ຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ