WBອະນຸມັດຜ່ານບ້ວງເງິນທຳອິດໃຫ້ວຽກງານປຟື້ນຟູອີຣັກຄືນໃໝ່

WBອະນຸມັດຜ່ານບ້ວງເງິນທຳອິດໃຫ້ວຽກງານປຟື້ນຟູອີຣັກຄືນໃໝ່ - ảnh 1
(ພາບປະກອບ: AFP/TTXVN)

​​(vovworld) - ທະ​ນາຄາ​ນ​ໂລກ (WB) ວັນ​ທີ 12/07 ຫາ​ກໍ​ອະນຸມັດ​ຜ່ານ​ບ້ວງ​ເງິນ​ທີ່​ມີ​ມູນ​ຄ່າ 350 ລ້ານ USD ​ເພື່ອ​ໜູນ​ຊ່ວຍ​ອີຣັກ ຟື້ນ​ຟູ​ຢ່າງ​ຮີບ​ດ່ວນບັນດາ​ເຂດ​ທີ່​ຫາ​ກໍ​ຍາດ​ຄືນ​ມາໄດ້​ຈາກກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສລາມ IS ອ້າງ​ຊື່​​ເອງ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອີຣັກ ​Hoshuyar Zebari ​ໃຫ້​ຮູ້​ວ່າ 1/3 ຈຳນວນ​ເງິນ​ດັ່ງກ່າວ​ຈະ​ສະຫງວນ​ໃຫ້ການ​ສ້ອມ​ແປງ​ເສັ້ນທາງ, ຂົວ ​ແລະ ສ່ວນບ້ວງ​ເງິນ​ຄ້າຍຄື​ກັນ​ອື່ນ​ໆ ​ແມ່ນ​ໃຊ້ເພື່ອ​ຟື້ນຟູ​ລະບົບ​​ໄຟຟ້າ, ນ້ຳ ​ແລະ ​ສຳ​ບັດ​ສິ່ງ​ເສດ​ເຫຼືອ. ນີ້​ໄດ້​ຮັບ​ຖື​ວ່າ, ບ້ວງ​ເງິນ​ອຸປະຖຳ​ສາກົນ​ທຳ​ອິດ​ຊ່ວຍ​ໃຫ້​ລັດຖະບານ​ອີ​ຮັກ ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນຢູ່​ເຂດ​ຖືກ​ທຳລາຍ​ຈາກ​ສົງຄາມ. ນອກຈາກ​ບ້ວງ​ເງິນ​ໃຫ້​ບຸລິມະສິດ​ດັ່ງກ່າວ, WB ກໍ​ສ້າງ​ແຜນການ​ສະໜອງ​ບ້ວ​ງ​ເງິນ​ກູ້​ຢືມອື່ນທີ່​ມີ​ມູນ​ຄ່າ 1 ຕຶ້ USD ​ເພື່ອ​ຊ່ວຍ​ໃຫ້​ອຳນາດ​ການ​ປົກຄອງ​ອີຣັກ ​ແກ້​ໄຂ​ສະພາບ​ຂາດດູນ​ງົບ​ປະມານ.

ຂ່າວ/ບົດ​ອື່ນ