WEF ຈະຮ່ວມມືກັບຫວຽດນາມໃນບາງໂຄງການຮ່ວມມືສຳຄັນຢູ່ Davos 2019 ຢ່າງແທ້ຈິງ

(VOVWORLD) -ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມປະຈຳປີ 2019 ເວທີປາໄສເສດຖະກິດໂລກ (WEF) ຫຼື ເອີ້ນວ່າ ເວທີປາໄສ Davos 2019, ເຊິ່ງດຳເນີນໃນລະຫວ່າງວັນທີ 22 – 25 ມັງກອນ, ຢູ່ Davos-Klosters, ປະເທດສະວິດ

WEF ຈະຮ່ວມມືກັບຫວຽດນາມໃນບາງໂຄງການຮ່ວມມືສຳຄັນຢູ່ Davos 2019 ຢ່າງແທ້ຈິງ - ảnh 1 ທ່ານ Justin Wood, ຜູ້ອຳນວຍການ WEF ພາກພື້ນອາຊີ - ປາຊີຟິກ

(ພາບ: TTXVN)

ສຳນັກຂ່າວສານຫວຽດນາມ ປະຈຳເຊີແນວ ໄດ້ສຳພາດທ່ານ Justin Wood, ຜູ້ອຳນວຍການ WEF ພາກພື້ນອາຊີ - ປາຊີຟິກ ກ່ຽວກັບການພົວພັນຮ່ວມມືລະຫວ່າງ WEF ແລະ ຫວຽດນາມ.

ຕາມທ່ານ Justin Wood ແລ້ວ, WEF ແລະ ຫວຽດນາມ ພວມພ້ອມກັນຮ່ວມມືໃນຫຼາຍຂົງເຂດ ດ້ວຍຫຼາຍໂຄງການພວມໄດ້ຮັບການຜັນຂະຫຍາຍຢູ່ຫວຽດນາມ ຄື: ຂະແໜງອຸດສາຫະກຳສະບຽບອາຫານ; ຂົງເຂດພື້ນຖານໂຄງລ່າງ ແລະ ພວມມານະພະຍາຍາມຊອກຫາມາດຕະການເພີ່ມທະວີແຫຼ່ງເງິນລົງທຶນເຂົ້າໃນຂົງເຂດດັ່ງກ່າວຢູ່ຫວຽດນາມ. ທີ່ເວທີປາໄສຄັ້ງນີ້, ທ່ານ Justin Wood ໃຫ້ຮູ້ວ່າ, WEF ຈະເປີດກວ້າງການຮ່ວມມືກັບຫວຽດນາມ ແລະ ນັ້ນຈະແມ່ນທ່າອ່ຽງເພື່ອໃຫ້ 2 ຝ່າຍສາມາດສ້າງການພົວພັນຄູ່ຮ່ວມມືຢ່າງແຮງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ