WHO ກ່າວເຕືອນວ່າ: ຢາສູບອາດຈະເຮັດໃຫ້ 1 ຕື້ຄົນຖືກເສຍຊີວິດ

WHO ກ່າວເຕືອນວ່າ: ຢາສູບອາດຈະເຮັດໃຫ້ 1 ຕື້ຄົນຖືກເສຍຊີວິດ - ảnh 1
ພາບປະກອບ

(vovworld) - ​ໃນ​ສະຕະວັດ​ທີ 20, ບັນດາ​ພະຍາດ​ທີ່​ກ່ຽວຂ້ອງ​ເຖິງ​ຢາສູບ ​ໄດ້​​ເຮ​ັດ​ໃຫ້ 100 ລ້ານ​ຄົນ​​ໃນ​ໂລກຖືກ​ເສຍ​ຊີວິດ ​ແລະ ຕົວ​ເລກ​ດັ່ງກ່າວ​ອາດ​ຈະ​ຂຶ້ນ​ເຖິງ 1 ຕື້ຄົນ​ໃນ​ສະຕະວັດ​ທີ 21 ຖ​້າຫາກ​ບໍ່​ມີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ສະກັດ​ກັ້ນ. ນັ້ນ​ແມ່ນ​ຄຳ​ກ່າວ​ເຕືອນ​ຂອງ​ອົງການ​ອະນາ​ໄມ​ໂລກ (ຫຼື WHO) ຍົກ​ອອດ​ມາ ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ​ປອດ​ຢາສູບ (31/5) ປີ​ນີ້. ວັນ​ທີ 30/5, ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Margaret Chan, ຜູ້ອຳນວຍການ​ໃຫຍ່ WHO ​ໃຫ້​ຮູ້​ວ່າ​: ປະຈຸ​ບັນ, ປະມານ 20% ຈຳນວນປະຊາກອນ​ໃນ​ໂລກ ​ຕິດຢາສູບ, ພິ​ເສດ​ແມ່ນ​ບັນດາ​ພາກ​ພື້ນ​ຄື: ​ເອີ​ລົບ, ອາ​ເມ​ລິ​ກາ ລາຕີ​ນ ​ແລະ ບາງ​ປະ​ເທດ​ຢູ່ ອາຊີ, ​ໃນ​ຂະນະ​ທີ່​ເກັ່ນ​ອາຍຸ​ຂອງ​ຜູ້​ຕິດ​ຢາສູບ​ນັບ​ມື້​ນັບ​ຕຳ​່ລົງ. ​ເນື່ອງ​ໃນ​ໂອກາດ​ນີ້, ຜູ້ອຳນວຍການ​ໃຫຍ່ WHO ກໍ​ຮຽກ​ຮ້ອງ​ການ​ນຳ​ບັນດາ​ປະ​ເທດ ​ແລະ ​ປະຊາ​ຄົມໂລກ ຕ້ອງລະມັດລະວັງກ່ວາ​ອີກ ຕໍ່​​ການ​ກ່າວໂຈມ​ຕີ​ທີ່ “ຂະຫຍັນ​ຂັນ​ເຄື່ອນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ” ຂອງ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ຢາສູບ ​ເພື່ອ​ແນ​ໃສ່ ຄັດຄ້ານ​ບັ້ນ​​ເຄື່ອນ​ໄຫວ​ຕ້ານ​ຢາສູບ​ທົ່ວ​​ໂລກ.

​        ​ເນື່ອງ​ໃນ​ໂອກາດ​ວັນໂລກ​ປອດ​ຢາສູບ, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນດາ​ລັດຖະບານ ປົກ​ປ້ອງ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ບັ້ນ​​ເຄື່ອນ​ໄຫວ​ຕ້ານ​ຢາສູບ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ມະນຸດ​ຕໍ່ຜົນ​ຮ້າຍ​ຂອງຢາສູບ, WHO ​ໄດ້​ປະກາດ​ບັນດາ​ເອກະສານ​ດ້ານ​ວິຊາ​ການ ​ແລະ ​ການແນະນຳ​ຕ່າງໆ ​ເພື່ອ​ຕ້ານ​ບັນດາ​ຄວາມ​ພະຍາຍາມ​ທາງ​ກົດໝາຍ​ຂອງ​ບັນດາ​ບໍລິສັດຜະລິດ​ຢາສູບ​ທົ່ວ​ໂລກ. WHO ກໍ​ຮຽກຮ້ອງ​ໃຫ້​ລັດຖະບານ​ທຸກໆ ປະ​ເທດ ບໍໍ່​ສະຫງວນ​ບຸລິມະສິດ​ໃດໆ​ໃຫ້​ແກ່​ຂະ​ແໜງ​ຜະລິດ​ຢາສູບ.

ຂ່າວ/ບົດ​ອື່ນ