WHO ກ່າວເຕື່ອນເອີລົບ ອາດຈະມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຕື່ມອີກ 700.000 ຄົນໃນລະດູບານໃໝ່ຈະມາເຖິງ

(VOVWORLD) -ມີພະຍານຫຼັກຖານຊີ້ໃຫ້ເຫັນການຫຼຸດຜ່ອນຄວາມສາມາດປ້ອງກັນການຕິດເຊື້ອຢູ່ຜູ້ທີ່ໄດ້ສັກວັກຊິນກັນໂຄວິດ-19 ຕໍ່ໜ້າຄວາມສ່ຽງຕິດເຊື້ອພະຍາດ
WHO ກ່າວເຕື່ອນເອີລົບ ອາດຈະມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຕື່ມອີກ 700.000 ຄົນໃນລະດູບານໃໝ່ຈະມາເຖິງ - ảnh 1(ພາບປະກອບ: AFP/ TTXVN)

ຫ້ອງການອະນາໄມໂລກ (WHO) ປະຈຳ ເອີລົບ ຄາດຄະເນວ່າ ເຂດນີ້ອາດຈະມີຜູ້ເສຍຊີວິດລາຍໃໝ່ຍ້ອນຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 700.000 ຄົນໃນລະດູບານໃໝ່ຈະມາເຖິງ. ຕາມອົງການດັ່ງກ່າວແລ້ວ, ມີພະຍານຫຼັກຖານຊີ້ໃຫ້ເຫັນການຫຼຸດຜ່ອນຄວາມສາມາດປ້ອງກັນການຕິດເຊື້ອຢູ່ຜູ້ທີ່ໄດ້ສັກວັກຊິນກັນໂຄວິດ-19 ຕໍ່ໜ້າຄວາມສ່ຽງຕິດເຊື້ອພະຍາດ, ພ້ອມກັນນັ້ນຢືນຢັນວ່າ ບັນດາປະເທດ ເອີລົບ ຄວນໃຫ້ບຸລິມະສິດຜັນຂະຫຍາຍການສັກວັກຊິນເຂັມທີ 3 ສຳລັບກຸ່ມມີຄວາມສ່ຽງສູງ.

        WHO ປະຈຳເຂດ ເອີລົບ ຊີ້ແຈ້ງ 3 ປັດໃຈເຊິ່ງພາໄປເຖິງຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ, ນັ້ນແມ່ນ: ໄວຣັດສາຍພັນໃໝ່ Delta, ເລື່ອງຫຼາຍປະເທດຜ່ອນຜັນມາດຕະການຄວບຄຸມໂລກລະບາດເປັນພື້ນຖານຄືການໃຊ້ຜ້າອັດປາກ-ອັດດັງ, ການແຍກຫ່າງຢູ່ສະຖານີສາທາລະນະ ແລະ ພາກສ່ວນຊາວ ເອີລົບ ຈຳນວນຫຼາຍຍັງບໍ່ທັນສັກວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ