WHO ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ

(VOVWORLD) -ຕອນບ່າຍວັນທີ 27 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ໄດ້ໂຮມປະຊຸມກັບອົງການອະນາໄມໂລກ (WHO) ແລະ ບັນດາອົງການສາກົນກ່ຽວກັບການປ້ອງກັນ, ສະກັດກັ້ນເຊື້ອພະຍາດ.
WHO ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ - ảnh 1ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ  (ພາບ: VGP) 

ທີ່ກອງປະຊຸມ, ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ຕີລາຄາເລື່ອງກວດພົບຜູ້ຕິດເຊື້ອໂຄວິດ-19ຄືນໃໝ່ໃນວົງຄະນະຍາດຢູ່ ຫວຽດນາມ ແມ່ນເລື່ອງປົກກະຕິ. ພາຍຫຼັງຄົ້ນພົບຜູ້ຕິດເຊື້ອທຳອິດ, ລະບົບປ້ອງກັນ, ສະກັດກັ້ນເຊື້ອພະຍາດຂອງ ຫວຽດນາມ ໄດ້ມີການກະທຳຮັບມືຢ່າງໄວວາ, ຈັດການແຍກຫ່າງ, ກວດກາ. ຜູ້ຕາງໜ້າ WHO, ບັນດາອົງການ, ນັກຊ່ຽວຊານສາກົນກໍ່ຕີລາຄາສູງເລື່ອງສະໜອງຂໍ້ມູນຂ່າວສານເປີດເຜີຍ, ໂປ່ງໃສ, ທັນການຂອງ ຫວຽດນາມ. ບັນດາອົງການສາກົນ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການປ່ຽນແປງຂອງໄວຣັດ SARS-CoV-2; ການນຳໃຊ້ບັນດາຊຸດ Kit ທົດລອງ;  ຂັ້ນຕອນການປິ່ນປົວຜູ້ຕິດເຊື້ອໂຄວິດ-19. ສຳລັບການຄາດຄະເນຂອງ ຫວຽດນາມ ແລ້ວແມ່ນຈະມີຜູ້ຕິດເຊື້ອໂຄວິດ-19ນັບຮ້ອຍໆຄົນເມື່ອນຳສົ່ງພົນລະເມືອງກັບມາປະເທດຈາກຕ່າງປະເທດ, WHO, ບັນດາອົງການສາກົນຖືວ່າ ເລື່ອງນີ້ອາດຈະເຮັດໃຫ້ກໍລະນີຜູ້ຕິດເຊື້ອຢູ່ ຫວຽດນາມ ເພີ່ມຂຶ້ນ, ແຕ່ບໍ່ຍ້ອນແນວນັ້ນຈະເຮັດໃຫ້ປ່ຽນແປງໝາກຜົນ ແລະ ຜົນສຳເລັດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ