WHO ຖະ​ແຫຼງວ່າ ໂລກ​ລະ​ບາດ​ໂຄວິດ - 19 ບໍ່​ແມ່ນສະ​ພາ​ວະ​ການ​ແພດ​ສຸກ​ເສີນ​ຂອງ​ທົ່ວ​ໂລກ​​ອີກແລ້ວ

(VOVWORLD) -ໂລກລະບາດໂຄວິດ - 19 ບໍ່ແມ່ນສະພາວະການແພດສຸກເສີນຂອງທົ່ວໂລກອີກແລ້ວ. 
WHO ຖະ​ແຫຼງວ່າ ໂລກ​ລະ​ບາດ​ໂຄວິດ - 19 ບໍ່​ແມ່ນສະ​ພາ​ວະ​ການ​ແພດ​ສຸກ​ເສີນ​ຂອງ​ທົ່ວ​ໂລກ​​ອີກແລ້ວ - ảnh 1ທ່ານຜູ້ອຳນວຍການອົງການອະນາໄມໂລກ (WHO) Tedros Adhanom Ghebreyesus (ພາບ: Lian Yi/Xinhua)

ຕອນຄ່ຳວັນທີ 5 ພຶດສະພາ, ໃນການຖະແຫຼງຂ່າວຢູ່ ເຊີແນວ, ປະເທດສະວິດ, ທ່ານຜູ້ອຳນວຍການອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຖະແຫຼງວ່າ ໂລກລະບາດໂຄວິດ - 19 ບໍ່ແມ່ນສະພາວະການແພດສຸກເສີນຂອງທົ່ວໂລກອີກແລ້ວ. ຕາມການນຳ WHO, ໂລກລະບາດດັ່ງກ່າວ ພວມມີທ່າອ່ຽງຫຼຸດລົງ ໃນຂະນະທີ່ພຸມຄຸ້ມກັນຂອງຜູ້ຕິດເຊື້ອ ແລະ ວັກຊິນ ໃນໝູ່ປະຊາຊົນກໍນັບມື້ນັບເພີ່ມຂຶ້ນ. ນອກຈາກນັ້ນແລ້ວ, ອັດຕາຄົນເຈັບຕິດເຊື້ອພະຍາດດັ່ງກ່າວຕ້ອງນອນໂຮງໝໍແມ່ນມີທ່າອ່ຽງຫຼຸດລົງ, ບໍ່ກໍ່ກຳລັງກົດດັນຕໍ່ລະບົບສາທາລະນະສຸກຄືກັບເມື່ອກ່ອນອີກ. ດ້ວຍເຫດນັ້ນ, ບັນດາປະເທດເກືອບທັງໝົດສາມາດກັບຄືນສູ່ການດຳລົງຊີວິດເປັນປົກກະຕິຄືກັບໄລຍະກ່ອນເກີດໂລກລະບາດ.

ປັດຈຸບັນ, ຫວຽດນາມ ຖືໂລກລະບາດໂຄວິດ - 19 ຍັງແມ່ນສະພາວະສຸກເສີນ ຍ້ອນໃນສະພາບທີ່ຈຳນວນຜູ້ຕິດເຊື້ອຄືນໃໝ່ ພວມເພີ່ມຂຶ້ນຢ່າງແຮງ ແຕ່ ກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນວ່າ ສະພາບການໂລກລະບາດຍັງໄດ້ຮັບການຄວບຄຸມ, ຈຳນວນຜູ້ຕິດເຊື້ອໃໝ່ສ່ວນຫຼາຍແມ່ນມີອາການເບົ່າ ຫຼືບໍ່ມີອາການ ແລະ ບໍ່ກໍ່ກຳລັງກົດດັນຕໍ່ລະບົບສາທາລະນະສຸກ


ຕອບກັບ

ຂ່າວ/ບົດ​ອື່ນ