WHO ມີຄວາມວິຕົກກັງວົນກ່ຽວກັບຂອບຂະໜາດ ແລະ ລະດັບແຜ່ລະບາດຂອງໄວຣັດໝາກສຸກລີງ

(VOVWORLD) -ວັນທີ 06 ກໍລະກົດ, ອົງການອະນາໄມໂລກ (WHO) ແຈ້ງວ່າ ມີຜູ້ຕິດ ພະຍາດໝາກສຸກລີງກວ່າ 6.000 ຄົນຢູ່ 58 ປະເທດໃນການແຜ່ລະບາດຄັ້ງນີ້.
WHO ມີຄວາມວິຕົກກັງວົນກ່ຽວກັບຂອບຂະໜາດ ແລະ ລະດັບແຜ່ລະບາດຂອງໄວຣັດໝາກສຸກລີງ - ảnh 1ພະຍາດໝາກສຸກລີງກວ່າ 6.000 ຄົນຢູ່ 58 ປະເທດ
(ພາບ: AFP/TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວທາງອອນລາຍຈາກ ເຊີແນວ (ສະວິດ), ທ່ານ Tedros Adhanam Ghebreyesus, ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ, ອົງການນີ້ຈະຮຽກໂຮມປະຊຸມເລີ່ມແຕ່ວັນທີ 18 ກໍລະກົດ ຫຼື ຈະໄວກວ່າ, ເພື່ອແນໃສ່ຕົກລົງນຳກັນວ່າຈະປະກາດການແຜ່ລະບາດຄັ້ງນີ້ແມ່ນສະພາບສະພາວະສຸກເສີນດ້ານການແພດທົ່ວໂລກຫຼືບໍ່. ທ່ານ Ghebreyesus, ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບຂອບຂະໜາດ ແລະ ລະດັບແຜ່ລະບາດຂອງໄວຣັດໝາກສຸກລີງໃນທົ່ວໂລກ. ປະຈຸບັນ, 80% ຈຳນວນຜູ້ຕິດພະຍາດໝາກສຸກລີງແມ່ນຢູ່ ເອີລົບ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມໃນວັນທີ 27 ມິຖຸນາ ຜ່ານມາ, ຄະນະກຳມະການສະພາວະສຸກເສີນຂອງ WHO ຢັ້ງຢຶ້ນວ່າ ພະຍາດໝາກສຸກລີງໃນປະຈຸບັນຍັງບໍ່ທັນເປັນສະພາບສະພາວະສຸກເສີນດ້ານການແພດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ