WHO ຢັ້ງ​ຢືນ ໂລກ​ຈະ​ຄວບ​ຄຸມ​ພະ​ຍາດ​ຝີ​ຕຸ່ມ​ລ​ີງໄດ້ ຖ້າ​ຫາກວ່າ​ມີ​ການ​ກະ​ທຳ​ໂດຍ​ໄວ

(VOVWORLD) -ທ່ານນາງ ປອ. Sylvie Briand ເນັ້ນໜັກວ່າ ປັດຈຸບັນຄວນໃຫ້ບຸລິມະສິດຄວບຄຸມ ພະຍາດຝີຕຸ່ມລີງຢູ່ບັນດາປະເທດທີ່ບໍ່ຄ່ອຍເກີດພະຍາດນີ້. 
WHO ຢັ້ງ​ຢືນ ໂລກ​ຈະ​ຄວບ​ຄຸມ​ພະ​ຍາດ​ຝີ​ຕຸ່ມ​ລ​ີງໄດ້ ຖ້າ​ຫາກວ່າ​ມີ​ການ​ກະ​ທຳ​ໂດຍ​ໄວ - ảnh 1ທ່ານນາງ ປອ. Sylvie Briand, ເຈົ້າໜ້າທີີ່ຮັບຜິດຊອບຂົງເຂດຄວບຄຸມຄວາມສ່ຽງຕິດແປດທົ່ວໂລກຂອງອົງການອະນາໄມໂລກ (ພາບ: TTXVN)

ວັນທີ 27 ພຶດສະພາ, ທ່ານນາງ ປອ. Sylvie Briand, ເຈົ້າໜ້າທີີ່ຮັບຜິດຊອບຂົງເຂດຄວບຄຸມຄວາມສ່ຽງຕິດແປດທົ່ວໂລກຂອງອົງການອະນາໄມໂລກ (WHO) ຖືວ່າ ຖ້າຫາກວ່ານຳໃຊ້ມາດຕະການເໝາະສົມໃນຈຸດເວລານີ້, ໂລກຈະສາມາດຄວບຄຸມພະຍາດຝີຕຸ່ມລີງໄດ້ຢ່າງງ່າຍດາຍ.

ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກ ຢູ່ ເຊີແນວ ປະເທດ ສະວິດ, ທ່ານນາງ ປອ. Sylvie Briand ເນັ້ນໜັກວ່າ ປັດຈຸບັນຄວນໃຫ້ບຸລິມະສິດຄວບຄຸມ ພະຍາດຝີຕຸ່ມລີງຢູ່ບັນດາປະເທດທີ່ບໍ່ຄ່ອຍເກີດພະຍາດນີ້. ທ່ານນາງ ຢັ້ງຢືນວ່າ ໂລກຍັງມີໂອກາດສະກັດກັ້ນການແຜ່ລະບາດ, ພ້ອມທັງກະຕຸກຊຸກຍູ້ໃຫ້ປະຊາຊົນບໍ່ຄວນເປັນຫ່ວງກັງວົນ, ເພາະວ່າລະດັບການແຜ່ລະບາດແມ່ນຊ້າກວ່າຫຼາຍ ເມື່ອທຽບໃສ່ກັບໄວຣັດຊະນິດຕ່າງໆ, ເປັນຕົ້ນແມ່ນ ໄວຣັດ ໂຄໂຣນາ. WHO ໃຫ້ຮູ້ວ່າ ໄວຣັດທີ່ກໍ່ໃຫ້ເກີດ ພະຍາດຝີຕຸ່ມລີງ ໄດ້ແຜ່ລະບາດໄປສູ່ 20 ປະເທດ ໃນໂລກແລ້ວ ແລະ ມີຜູ້ຕິດເຊື້ອ ແລະ ສົງໄສວ່າຕິດເຊື້ອກວ່າ 200 ຄົນ. ການວິເຄາະກວດຜູ້ຕິດເຊື້ອ, ຕາມຫາທາມລາຍ ແລະ ແຍກຕົວຢູ່ເຮືອນ, ປັດຈຸບັນແມ່ນມາດຕະການແກ້ໄຂດີທີ່ສຸດ.

 


ຕອບກັບ

ຂ່າວ/ບົດ​ອື່ນ