WHO ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຕິດຕາມ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ - 19

(VOVWORLD) - ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນບົດລາຍງານຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ
WHO ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຕິດຕາມ ແລະ ປະຕິບັດມາດຕະການປ້ອງກັນໂຄວິດ - 19 - ảnh 1ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ມີຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ
ພາບ: AFP/TTXVN

        ວັນທີ 25 ທັນວາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ເພີ່ມທະວີການຕິດຕາມ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ຕາມບົດລາຍງານຂອງອົງການນີ້, ໃນເວລາ 28 ວັນ, ແຕ່ວັນທີ 20 ພະຈິກ ຫາວັນທີ 17 ທັນວາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ລວມມີ 850.000 ກໍລະນີຕິດພະຍາດລາຍໃໝ່ຢູ່ 105 ປະເທດ, ເພີ່ມຂຶ້ນ 52% ເມື່ອທຽບໃສ່ເວລາ 28 ວັນກ່ອນນັ້ນ. ກົງກັນຂ້າມ, ຈຳນວນຜູ້ເສຍຊີວິດລາຍໃໝ່ຍ້ອນຕິດພະຍາດໂຄວິດ - 19 ຫຼຸດລົງ 8%, ເຊິ່ງມີ 3.000 ຄົນ. ສິ່ງທີ່ໜ້າສົນໃຈ, ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນບົດລາຍງານຜູ້ຕິດພະຍາດເພີ່ມຂຶ້ນສູງໜ້າເປັນຫ່ວງແມ່ນ 388% ໃນເວລາເກືອບ 1 ເດືອນ, ອິນໂດເນເຊຍ ມີຈຳນວນກໍລະນີຕິດພະຍາດລາຍໃໝ່ຫຼາຍທີ່ສຸດຢູ່ພາກພື້ນເຊິ່ງແມ່ນກວ່າ 3.700 ຄົນ.

        WHO ໄດ້ກະຕຸກຊຸກຍູ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ