WHO: ແຕ່ລະເດືອນໂລກຍັງຮັບຮູ້ມີຜູ້ເສຍຊີວິດ 10.000 ຄົນຍ້ອນຕິດພະຍາດໂຄວິດ - 19

(VOVWORLD) - ຕາມການຄາດຄະເນໂດຍອີງໃສ່ການໄຈ້ແຍກນ້ຳເສຍ, ຈຳນວນຜູ້ຕິດພະຍາດໂຄວິດ - 19 ໃນຕົວຈິງສູງກວ່າແຕ່ 2 ຫາ 19 ເທົ່າ ເມື່ອມຽບໃສ່ກໍລະນີໄດ້ລາຍງານ.
WHO: ແຕ່ລະເດືອນໂລກຍັງຮັບຮູ້ມີຜູ້ເສຍຊີວິດ 10.000 ຄົນຍ້ອນຕິດພະຍາດໂຄວິດ - 19  - ảnh 1(ພາບປະກອບ: THX/TTXVN)

        ຄວາມສ່ຽງສຸຂະພາບໃຍຊຸມຊົນຍ້ອນພະຍາດໂຄວິດ - 19 ຍັງຢູ່ລະດັບສູງໃນທົ່ວໂລກ ຍ້ອນໄວຣັກກາຍພັນກໍ່ໃຫ້ເກີດຢູ່ທຸກໆປະເທດ. ນີ້ແມ່ນຄຳກ່າວເຕືອນຂອງທ່ານນາງ Maria van Kerkhove, ຮັກສາການຜູ້ອຳນວຍການຂອງ  WHO ຮັບຜິດຊອບວຽກງານກະກຽມ ແລະ ປ້ອງກັນພະຍາດ ແລະ ໂລກລະບາດ.

          ກ່າວຄຳເຫັນໃນວັນທີ 12 ມັງກອນ, ໃນກອງປະຊຸມພິເສດຢູ່ ເຊີແນວ, ປະເທດ ສະວິດ, ນັກຊ່ຽວຊານຂັ້ນສູງຂອງ WHO ໃຫ້ຮູ້ວ່າ, ຕາມການຄາດຄະເນໂດຍອີງໃສ່ການໄຈ້ແຍກນ້ຳເສຍ, ຈຳນວນຜູ້ຕິດພະຍາດໂຄວິດ - 19 ໃນຕົວຈິງສູງກວ່າແຕ່ 2 ຫາ 19 ເທົ່າ ເມື່ອມຽບໃສ່ກໍລະນີໄດ້ລາຍງານ. ເຖິງວ່າ, ຈຳນວນຜູ້ເສຍຊີວິດກ່ຽວຂ້ອງເຖິງພະຍາດໂຄວິດ - 19 ໄດ້ຫຼຸດລົງຫຼາຍພໍສົມຄວນກໍຕາມ, ແຕ່ວ່າ, ແຕ່ລະເດືອນຍັງມີຜູ້ເສຍຊີວິດປະມານ 10.000 ຄົນ ຢູ່ 50 ປະເທດໃນໂລກ. ໄລ່ຮອດທ້າຍເດືອນ ທັນວາ 2023, ບັນດາຕົວເລກຂອງ WHO ໄດ້ຮັບຮູ້ວ່າ, ມີຜູ້ເສຍຊີວິດຍ້ອນພະຍາໂຄວິດ - 19 ກວ່າ 7 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ