WHO: ໂລກອາດປະລະຄວາມເຫັນດີຕໍ່ “ສົນທິສັນຍາໂລກລະບາດ”

(VOVWORLD) - ໄລ່ຮອດທ້າຍເດືອນ ທັນວາ 2023, ຕົວເລກຂອງ WHO ໄດ້ຮັບຮູ້ວ່າ, ມີຜູ້ເສຍຊີວິດກວ່າ 7 ລ້ານຄົນຍ້ອນຕິດພະຍາດໂຄວິດ - 19.
WHO: ໂລກອາດປະລະຄວາມເຫັນດີຕໍ່ “ສົນທິສັນຍາໂລກລະບາດ” - ảnh 1(ພາບປະກອບ: Getty Images/TTXVN)

ວັນທີ 22 ມັງກອນ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus, ສະແດງຄວາມວິຕົກກັງວົນວ່າ ຫຼາຍປະເທດອາດປະລະກຳນົດເວລາສຸດທ້າຍໃນເດືອນ ພຶດສະພາ 2024, ເພື່ອເຫັນດີເຫັນພ້ອມກ່ຽວກັບ “ສົນທິສັນຍາໂລກລະບາດ” ທີ່ມີລັກສະນະຜູກມັດດ້ານນິຕິກຳ, ເພື່ອແນໃສ່ຮັບມືກັບບັ້ນຕ້ານໂລກລະບາດໃນອະນາຄົດຢ່າງມີປະສິດທິຜົນກວ່າ. ກ່າວຄຳເຫັນທີ່ກອງປະຊຸມຄະນະຜູ້ອຳນວຍການບໍລິຫານ WHO ຢູ່ ເຊີແນວ, ປະເທດ ສະວິດ, ທ່ານ Tedros Adhanom Ghebreyesus ຖືວ່າ, ຫຼາຍປະເທດຈະບໍ່ປະຕິບັດຄຳໝັ້ນສັນຍາດັ່ງກ່າວ, ໃນຂະນະທີ່ຍັງມີບາງບັນຫາວິຕົກກັງວົນທີ່ຈະຕ້ອງໄດ້ຮັບການແກ້ໄຂ.

ໄລ່ຮອດທ້າຍເດືອນ ທັນວາ 2023, ຕົວເລກຂອງ WHO ໄດ້ຮັບຮູ້ວ່າ, ມີຜູ້ເສຍຊີວິດກວ່າ 7 ລ້ານຄົນຍ້ອນຕິດພະຍາດໂຄວິດ - 19. ເຖິງວ່າຈຳນວນຜູ້ເສຍຊີວິດທີ່ກ່ຽວຂ້ອງເຖິງພະຍາດໂຄວິດ - 19 ຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ໄລຍະພະຍາດລະບາດສູງສຸດກໍ່ຕາມ, ແຕ່ວ່າ, ແຕ່ລະເດືອນຍັງມີປະມານ 10.000 ຄົນເສຍຊີວິດຍ້ອນຕິດພະຍາດດັ່ງກ່າວຢູ່ 50 ປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ