WTO ອະ​ນຸ​ຍາດ​ໃຫ້​ຈີນ ຈັດ​ວາງ​ພາ​ສີ​ໂຕ້​ຕອບ​ໃສ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 26 ມັງກອນ, ອົງການການຄ້າ ໂລກ (WTO) ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຈີນ ຈັດວາງພາສີໂຕ້ຕອບໃສ່ສິນຄ້າທີ່ນຳເຂົ້າຈາກອາເມລິກາ ທີ່ມີມູນຄ່າ 645 ລ້ານ USD/ປີ ໃນການຂັດແຍ້ງກັນ ຕ້ານການຂາຍບຸບລາຄາລະຫວ່າງ ປັກກິ່ງ ແລະ ວໍຊິງຕັນ ທີ່ໄດ້ແກ່ຍາວມາໄດ້ 10 ປີແລ້ວ.

WTO ອະ​ນຸ​ຍາດ​ໃຫ້​ຈີນ ຈັດ​ວາງ​ພາ​ສີ​ໂຕ້​ຕອບ​ໃສ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ ​ອາ​ເມ​ລິ​ກາ - ảnh 1ພາບປະກອບ: Shutterstock

ຄຳຕັດສິນຂອງ WTO ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ໂດຍອີງຕາມທັດສະນະ ແລະ ພະຍານຫຼັກຖານຂອງ ບັນດາຝ່າຍ ໃນຂັ້ນຕອນການ ດຳເນີນຄະດີ, ພວກຂ້າພະເຈົ້າກຳນົດວ່າ ລະດັບ(ຈັດວາງພາສີ) ທີ່ເໝາະສົມແມ່ນ 546,12 ລ້ານ USD/ປີ”. ເຖິງຢ່າງໃດກໍ່ຕາມ, ເລື່ອງ WTO ອະນຸຍາດ ບໍ່ໝາຍຄວາມວ່າ ຈີນ ສາມາດຈັດວາງພາສີໃສ່ສິນຄ້ານຳເຂົ້າຈາກອາເມລິກາທັງໝົດ ຫຼືສ່ວນໜຶ່ງ ດ້ວຍຕົນເອງໄດ້.

ນີ້ແມ່ນຄັ້ງທີ 2 ທີ່ WTO ອະນຸຍາດໃຫ້ຈີນ ໂຕ້ຕອບພາສີ ຕ້ານການຂາຍບຸບລາຄາ ຂອງ ອາເມລິກາ, ເປັນຄັ້ງທຳອິດທີ່ໃນເດືອນທັນວາ ປີ 2019 ເມື່ອຄະນະກຳມະການ WTO ກຳນົດ ຈີນ ໄດ້ອະນຸຍາດໃຫ້ຈັດວາງພາສີໃສ່ສິນຄ້ານຳເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 3,58 ຕື້ USD, ຍ້ອນກວດພົບ ວໍຊິງຕັນມີຂໍ້ຜິດພາດໃນວິທີການກຳນົດສິນຄ້າ ຈີນ ທີ່ຖືວ່າ ແມ່ນຂາຍບຸບລາຄາຢູ່ຕະຫລາດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ