WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ

(VOVWORLD) - ທ່ານນາງ Ngozi Okonjo-Iweala ໄດ້ຕີລາຄາສູງແຜນນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ WTO.
WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ - ảnh 1ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ຕ້ອນຮັບທ່ານເອກອັກຄະລັດຖະທູດ ມາຍຟານຢຸງ
(ພາບ: TTXVN)

        ວັນທີ 18 ມີນາ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ ເຊີແນວ, ປະເທດ ສະວິດ, ໄດ້ຍື່ນສານຕາຕັ້ງຕໍ່ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO. ທີ່ການຕ້ອນຮັບ, ທ່ານນາງ Ngozi Okonjo-Iweala ໄດ້ຕີລາຄາສູງແຜນນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ WTO. ທ່ານນາງສະເໜີ ຫວຽດນາມ ສືບຕໍ່ມານະພະຍາຍາມປະກອບສ່ວນໃຫ້ແກ່ບັນດາເນື້ອໃນອື່ນ ແລະ ເຂົ້າຮ່ວມການຊຸກຍູ້ການເຈລະຈາກ່ຽວກັບສັນຍາໜູນຊ່ວຍສິນໃນນ້ຳ (ກຸ່ມ 2) ເພື່ອພາໄປເຖິງຜົນສຳເລັດ, ປະກອບສ່ວນໃຫ້ແກ່ເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ.

        ສ່ວນທ່ານເອກອັກຄະລັດຖະທູດ ມາຍຕຽນຢຸງ ໄດ້ຢືນຢັນຄຳໝັ້ນສັນຍາຂອງຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ເຊີແນວ ກ່ຽວກັບເລື່ອງ ສືບຕໍ່ສົມທົບກັນຢ່າງຕັ້ງໜ້າ, ແໜ້ນແຟ້ນກັບຄະນະເລຂາ WTO ແລະ ບັນດາສະມາຊິກ WTO ອື່ນ ເພື່ອປະຕິບັດບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 13 (MC13) ຢ່າງຄົບຖ້ວນ, ບັນລຸປະສິດທິຜົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ