Yemen ກ່າວເຕືອນໄພກໍ່ການຮ້າຍ

Yemen ກ່າວເຕືອນໄພກໍ່ການຮ້າຍ - ảnh 1Yemen ກ່າວເຕືອນໄພກໍ່ການຮ້າຍ - ảnh 2Yemen ກ່າວເຕືອນໄພກໍ່ການຮ້າຍ - ảnh 3Yemen ກ່າວເຕືອນໄພກໍ່ການຮ້າຍ - ảnh 4Yemen ກ່າວເຕືອນໄພກໍ່ການຮ້າຍ - ảnh 5
ປະທານາທິບໍດີ Yemen
(ພາບ: google.com.vn)

(vovworld) - ວັນ​ທີ 22/7, Yemen ​ໄດ້​ແຈ້ງ​ວ່າອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້ ​ພວມ​ຕົກຢູ່​ໃນ​ສະພາວະ​ເຕືອນ​ໄພ​ສູງ, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ພາຍຫຼັງ​ທີ່​ຄົ້ນພົບ​ກົນອຸບາຍ​ດຳ​ເນີນການ​ບຸກ​ໂຈມ​ຕີ​ຕ່າງໆ​ໃສ່​ປ້ອມ​ກວດກາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ທະຫານ. ກະຊວງ​ພາຍ​ໃນ Yemen ​ໃຫ້​ຮູ້​ ​ໄດ້​ສັ່ງ​ໃຫ້​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ແຂວງ, ນະຄອນ​ຕ່າງໆ ​ແລະ ນະຄອນຫຼວງ​ເພີ່ມ​ທະວີ​ສະຕິ​ລະວັງຕົວ ຢູ່​ບັນດາ​ປ້ອມກວດກາ​ດ້ານ​ການ​ທະຫານ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ສະກັດ​ກັ້ນ​ທຸກ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ