ກົດລະບຽບການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີງມິງ, ປະທານຄະນະກຳມະການແຫ່ງຊາດ ອາຊຽນ 2020, ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ກົດລະບຽບການເຄື່ອນໄຫວຂອງອົງການນີ້. 
ກົດລະບຽບການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາສະມາຊິກຄະນະກຳມະການແຫ່ງຊາດ ອາຊຽນ 2020 (ພາບ:TTXVN)

ຕາມນັ້ນແລ້ວ, ຄະນະກຳມະການແຫ່ງຊາດ ອາຊຽນ 2020 (ຄະນະກຳມະການແຫ່ງຊາດ) ແມ່ນອົງການສົມທົບລະຫວ່າງຂະແໜງການ. ປະທານຄະນະກຳມະການແຫ່ງ ຊາດມີໜ້າທີ່, ສິດອຳນາດ: ຊີ້ນຳ ແລະ ຕັດສິນແຜນນະໂຍບາຍທີ່ກ່ຽວຂ້ອງເຖິງທຸກວຽກງານກະກຽມ, ເນື້ອໃນ ແລະ ການຈັດຕັ້ງບັນດາກອງປະຊຸມ, ການເຄື່ອນໄຫວທີ່ກ່ຽວຂ້ອງໃນໄລຍະ ຫວຽດນາມ ເປັນປະທານ ອາຊຽນ 2020…

        ຄະນະກຳມະການແຫ່ງຊາດ ອາຊຽນ 2020 ລວມມີ 5 ອະນຸກຳມະການ (ອະນຸກຳມະການເນື້ອໃນ; ອະນຸກຳມະການພິທີການ; ອະນຸກຳມະການວັດຖຸພັນ - ພະລາທິການ; ອະນຸກຳມະການໂຄສະນາ - ວັດທະນະທຳ; ອະນຸກຳມະການຄວາມໝັ້ນຄົງ - ສາທາລະນະສຸກ) ແລະ ຄະນະເລຂາ ອາຊຽນ ແຫ່ງຊາດ 2020.

ຕອບກັບ

ຂ່າວ/ບົດ​ອື່ນ