ກົດລະບຽບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດປີ2016

ກົດລະບຽບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດປີ2016 - ảnh 1
ວິທະຍຸ​ກະຈາຍສຽງ ຫວຽດນາມ

(vovworld) - ສະພາ​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ ປີ 2016 ຫາ​ກໍ່​ປະກາດ​ກົດ​ລະບຽບ​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ສື່ສານ​ກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ ປີ 2016. ຕາມ​ນັ້ນ​ແລ້ວ ບັນດາ​ບົດ​ປະພັນ​ສື່​ມວນ​ຊົນ (ໜັງສືພິມ, ກະຈາຍສຽງ, ​ໂທລະພາບ, ສື່​ເອ​ເລັກ​ໂຕ​ນິກ, ຂ່າວພາບ, ຮູບ​ພາບທິວທັດທຳ​ມະ​ຊາດ) ​ແລະ ປື້ນ​ອ່ານ​ດ້ວຍ​ພາສາ ຫວຽດນາມ ​ແລະ ພາສາຕ່າງປະ​ເທດ ​ເຊິ່ງ​ໄດ້​ລົງ​ພິມ​ໃນ​ພາຫະນະ​ສື່​​ມວນ​ຊົນ​ແຕ່​ວັນ​ທີ 01/01/2016 – 30/12/2016 ລ້ວນ​ແຕ່​​ໄດ້​​ເຂົ້າ​ຮ່ວມ​ການ​ເສັງການ​ເສັງ. ນັກປະພັນ​ແມ່ນ​ບັນດາ​ສ່ວນ​ບຸກຄົນ​ ຫຼື ກຸ່ມ​ນັກ​ປະພັນ​ແມ່ນ​ຊາວ ຫວຽດນາມ ຫຼຶ ຊາວ ຫວຽດນາມ ຢູ່ ຕ່າງປະ​ເທດ. ນັກ​ປະພັນ​ແຕ່ລະຄົນ ຫຼື ກຸ່ມ​ນັກ​ປະພັນ​ແຕ່​ລະ​ກຸ່ມສາມາດ​ສົ່ງ​ບົດ​ປະພັນ​​ເຂົ້າ​ຮ່ວມ​ແຂ່ງຂັນຫລາຍ​ສຸດ​ແມ່ນ 7 ບົດ ​ແຕ່​ລະ​ບົດ​ປະພັນທີ່​ສົ່ງ​ມາ​ຕ້ອງມີ​ຂໍ້​ມູນ​ຂອງ​ນັກ​ປະພັນ ​ເຊິ່ງລວມມີ: ຊື່ ​ແລະ ນາມ​ສະກຸນ, ນາມ​ປາກ​ກາ, ຕຳ​ແໜ່​ງ​ໃນ​ປະຈຸ​ບັນ, ບ່ອນ​ປະຈຳການ, ​ເບີ​ໂທລະສັບ​ມື​ຖື, ອີ​ແມວ, ທີ່ຢູ່ ​ແລະ ບົດ​ແນ​ະນຳ​ໂດຍ​ສັງ​​ເຂບກ່ຽວ​ກັບ​ບົດ​ປະພັນ​ດ້ວຍ​ພາສາ ຫວຽດນາມ ລວມມີ: ຮູບ​ການ, ປະ​ເພດ, ​ເນື້ອ​ໃນ​ຕົ້ນຕໍ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ປະດິດ​ສ້າງ, ຄວາມ​ດຶງ​ດູດ, ການ​ແຜ່​ຂະຫຍາຍ…​ຂອງບົດ​ປະພັນ. ບົດ​ປະພັນ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ສົ່ງ​ໃຫ້​ຄະນະ​ເລຂາ​ບັນນາທິການ ​ແລະ ຜູ້​ຟັງ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເຮືອນ​ເລກທີ 58 ຖະໜົນ ກວານ​ຊື, ຮ່ວານ​ກຽມ, ຮ່າ​ໂນ້ຍ ກ່ອນ​ວັນ​ທີ 31/03/2017. ທາງ​ນ​ອກຂ​ອງຊອງ​ເອກະສານ ​ໃຫ້​ລະບຸ​ແຈ້ງ: ​ເອກະສານ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ສື່ສານ​ກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ 2016.

 

 

 


ຂ່າວ/ບົດ​ອື່ນ