ກົດໝາຍ13ສະບັບເລີ່ມມີຜົນສັກສິດນັບແຕ່ວັນທີ1/1/2015

ກົດໝາຍ13ສະບັບເລີ່ມມີຜົນສັກສິດນັບແຕ່ວັນທີ1/1/2015 - ảnh 1
ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ

(vovworld) –  ​ແຕ່​ວັນ​ທີ 1/1/2015, ກົດ​ໝາຍ 13 ສະ​ບັບ​​ເລີ່ມມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ໃນ​ນັ້ນ​ມີຫຼາຍ​ເນື້ອ​ໃນ​ສຳ​ຄັນ​ຄື: ເປີດ​ກ້​ວາງ​ຂອບ​ເຂດ​ສິດ​ຜົນ​ປະ​ໂຫຍດ ແລະ ລະ​ດັບ​​ຊົມ​ໃຊ້​ບັດ​ປະ​ກັນ​ສຸ​ຂະ​ພາບ, ໄດ​້​ຖື​ພາ​ແທນ​ເພື່ອ​ມະ​ນຸດ​ສະ​ທຳ, ຍົກ​ເວ​ັ້ນ​ລາຍ​ຮັບ​ວິ​ສາ​ຫະ​ກິດ​ສຳ​ລັບ​ລາຍ​ຮັບ​ຈາກ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ຂອງ​​ສະ​ຫະ​ກອນ… ກົດ​ໝາຍ 13 ສະ​ບັບ​​ດັ່ງ​ກ່າວ​ລວມ​ມີ: ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າດ້ວຍ​ປະ​ກັນ​ສຸ​ຂະ​ພາບ; ກົດ​ໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ; ກົດ​ໝາຍປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ​້​ມາ​ດ​ຕາ​ຂອງ​ບັນ​ດາ​ກົດ​ໝາຍ​​ວ່າ​ດ້ວຍ​ພາ​ສີ; ກົດ​ໝາຍ​ວ່າ​ດ້ວຍ​ການ​ສົມ​ລົດ ແລະ ຄອບ​ຄົວ; ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງກັນ ແລະ ກວດ​ກາ​ພືດ; ກົດ​ໝາຍ​ວ່າ​ດ້ວຍ​ທະ​ບຽນ​ສານ; ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ; ກົດ​ໝາຍ​ວ່າ​ດ້ວຍ​ກໍ່​ສ້າງ; ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ແຫ່ງ​ລັດ; ກົດ​ໝາຍປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ​້​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ​ພາຍ​ໃນ; ກົດ​ໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ; ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ - ອອກ​ເມືອງ, ຜ່ານ​ແດນ, ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ; ກົດ​ໝາຍ​ວ່າ​ດ້ວຍ….

ຂ່າວ/ບົດ​ອື່ນ