ກົດ​ໝາຍ​ວ່າ​ດ້ວຍ​ການ​ບໍ​ລິ​ການ​ເຕັກ​ນິກ​ດີ​ຈີ​ຕອນ EU ມີ​ຜົນສັກ​ສິດ

(VOVWORLD) -   ວັນທີ 25 ສິງຫາ, ກົດໝາຍວ່າດ້ວຍການບໍລິການເຕັກນິກດີຈີຕອນ (DSA) ຂອງ ສະຫະພາບເອີຣົບ (EU) - ກົດໝາຍພາກບັງຄັບໃຫ້ບັນດາບໍລິສັດເຕັກໂນໂລຢີໃຫຍ່ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຜູ້ນຳໃຊ້ ໄດ້ມີຜົນສັກສິດ.
ກົດ​ໝາຍ​ວ່າ​ດ້ວຍ​ການ​ບໍ​ລິ​ການ​ເຕັກ​ນິກ​ດີ​ຈີ​ຕອນ EU ມີ​ຜົນສັກ​ສິດ - ảnh 1(ພາບປະກອບ: TechGameWorld)

ປັດຈຸບັນ, Meta, Snapchat ແລະ TikTok ໄດ້ຜັນຂະຫຍາຍບັນດາການປ່ຽນແປງໃຫ້ສອດຄ່ອງກັບກົດໝາຍໃໝ່ຂອງ EU. ເຖິງຢ່າງໃດກໍຕາມ, ບາງພື້ນຖານຂາຍເຄື່ອງອອນໄລ, ໃນນັ້ນ ມີ Amazon ພວມຄັດຄ້ານຢູ່. Google, Facebook, TikTok ແລະ ບັນດາພື້ນຖານເຕັກໂນໂລຢີໃຫຍ່ອື່ນໆ ທີ່ເຄື່ອນໄຫວຢູ່ ສະຫະພາບເອີຣົບ (ອີຢູ) ພວມປະເຊີນໜ້າກັບໜຶ່ງໃນບັນດາຄວາມມານະພະຍາຍາມໃຫຍ່ສຸດໃນໂລກ ແນໃສ່ລົບລ້າງເນື້ອໃນອອນໄລ.

        ໄລຍະທຳອິດຂອງກົດໝາຍວ່າດ້ວຍການບໍລິການເຕັກນິກດີຈີຕອນ ຂອງ ອີຢູ ທີ່ເລີ່ມແຕ່ວັນທີ 25 ສິງຫາ ໄດ້ມີຜົນບັງຄັບໃຊ້ສຳລັບ 19 ພື້ນຖານໃຫຍ່ທີ່ສຸດ. ບັນດາພື້ນຖານທີ່ຍັງເຫຼືອ ແມ່ນຈະປະຕິບັດກົດໝາຍສະບັບດັ່ງກ່າວແຕ່ເດືອນ ກຸມພາ 2024. ຖ້າຫາກວ່າ ບໍລິສັດໃດລະເມີດກົດໝາຍສະບັບໃໝ່ນີ້, ເງິນປັບໄໝຈະແມ່ນ 6% ຂອງລາຍຮັບຈາກທົ່ວໂລກ, ຊ້ຳບໍ່ໜຳ ຈະຖືກຫ້າມເຄື່ອນໄຫວຢູ່ EU.

      


ຕອບກັບ

ຂ່າວ/ບົດ​ອື່ນ