ກົດໝາຍວ່າດ້ວຍການປະຕິບັດຕາມຄໍາຕັດສິນຂອງສານສໍາລັບຄະດີອາຍາ (ສະບັບປັບປຸງ)

(VOVWORLD) -ຕອນເຊົ້າວັນທີ 19 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານສໍາລັບຄະດີອາຍາ (ສະບັບປັບປຸງ). 

ກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານສໍາລັບ ຄະດີອາຍາ ປີ 2010 ໂດຍສະພາແຫ່ງຊາດຫວຽດນາມຊຸດທີ 11 ໄດ້ຮັບຮອງເອົາ ໃນວັນທີ 17 ມິຖຸນາ 2010 ໃນກອງປະຊຸມສະໄໝສາມັນຄັ້ງທີ 7, ເຊິ່ງມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2011 ເປັນຕົ້ນໄປ. ຜ່ານການດໍາເນີນມາເປັນເວລາກວ່າ 8 ປີ, ກົດໝາຍສະບັບດັ່ງກ່າວໄດ້ຮັບປະກັນການປະຕິບັດຢ່າງເຂັ້ມງວດ ແລະ ປະຕິບັດນະໂຍບາຍອະໄພຍະໂທດ, ມະນຸດສະທໍາຂອງພັກ ແລະ ລັດໃນການສຶກສາອົບຮົມ, ດັດສ້າງນັກໂທດ. ຜ່ານການປຶກສາຫາລື, ສະມາຊິກສະພາແຫ່ງຊາດສ່ວນຫຼາຍຖືວ່າ ເລື່ອງປັບປຸງ, ເພີ່ມເຕີມກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານສໍາລັບ ຄະດີອາຍາ ສະບັບປີ 2010 ທີ່ໄດ້ວາງອອກນັ້ນ ແມ່ນມີຄວາມຈໍາເປັນ, ເພື່ອແນໃສ່ຫັນບັນດາຂໍ້ກໍານົດທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງຕາມລັດຖະທໍາມະນູນປີ 2013 ໃນກົດໝາຍວ່າດ້ວຍການ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານສໍາລັບ ຄະດີອາຍາ ໃຫ້ເປັນລະອຽດ

        ເມື່ອປະກອບຄໍາເຫັນກ່ຽວກັບລະບອບການອອກແຮງງານຂອງນັກໂທດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ເລື່ອງດັ່ງກ່າວຈະສ້າງເງື່ອນໄຂດັດສ້າງນັກໂທດໃຫ້ກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ.

        ນອກຈາກນັ້ນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານ ກໍ່ສະເໜີວ່າ ອົງການຮັບຜິດຊອບສ້າງຮ່າງກົດໝາຍ ສືບຕໍ່ສໍາຫຼວດກວດຄືນ, ເຮັດໃຫ້ວິຊາການທາງດ້ານນິຕິບັນຍັດສົມບູນແບບ, ໂດຍສະເພາະແມ່ນເລື່ອງສໍາຫຼວດກວດຄືນບັນດາຂໍ້ກໍານົດເພື່ອຮັບປະກັນຄວາມເປັນເອກະພາບໃນລະບົບກົດໝາຍຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ