ກູ​ບາ ກ່າວ​ປະ​ນາມ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ ອາ​ເມ​ລິ​ກາ

(VOVWORLD) -  ວັນທີ 23 ກັນຍາ, ທ່ານປະທານ ກູບາ Miguel Diaz – Canel Bermudez ໄດ້ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ ທີ່ເລັ່ງໃສ່ປະເທດນີ້, ເຊິ່ງເປັນບາດກ້າວປິນຂັ້ນໄດໃໝ່ໃນນະໂຍບາຍປິດລ້ອມ, ຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງ ວໍຊີງຕັນ ຕ້ານຄືນ ລາຮາວານ ໃນຕະຫຼອດ 6 ທົດສະວັດທີ່ຜ່ານມາ.
ກູ​ບາ ກ່າວ​ປະ​ນາມ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານປະທານ ກູບາ Miguel Diaz – Canel Bermudez (ພາບ: AFP/TTXVN) 

        ໃນຖະແຫຼງການໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍສ່ວນຕົວ Twitter, ທ່ານປະທານ ກູບາ ຢັ້ງຢືນຄືນໃໝ່ບັນດາສິ່ງທີ່ທ່ານໄດ້ກ່າວຫາໃນບົດກ່າວໄປໄສຢູ່ ກອງປະຊຸມສະມັດຊາໃຫຍ່ ສປຊ ວ່າ ບັນດາມາດຕະການທີ່ເປັນປໍລະປັກເຫຼົ່ານັ້ນ ໄດ້ ແລະ ພວມລະເມີດບັນດາສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ ກູບາ ກໍຄື ພົນລະເມືອງ ອາເມລິກາ.

        ກ່ອນໜ້ານັ້ນ, ວັນທີ 23 ກັນຍາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດບັນດາມາດຕະການລົງໂທດໃໝ່ທີ່ກ່ຽວຂ້ອງເຖິງ ກູບາ, ຕາມນັ້ນແລ້ວ, ຫ້າມພົນລະເມືອງ ອາເມລິກາ ພັກອາໄສຢູ່ ຕຶກອາຄານຕ່າງໆທີ່ເປັນກຳມະສິດຂອງ ລັດຖະບານກູບາ ກໍຄື ຫ້າມນຳເຂົ້າ ຊີກາ ແລະ ເຫຼົ້າ ຈາກ ປະເທດຢູ່ເຂດ Caribe ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ