ກູບາສະເຫຼີມສະຫຼອງ 45 ປີ ແຫ່ງການຢ້ຽມຢາມ ຫວຽດນາມ ຄັ້ງປະຫວັດສາດຂອງປະມຸກ Fidel

(VOVWORLD) -ວັນທີ 3 ກັນຍາ, ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນຫຼວງ La Habana ຂອງ ກູບາ ພະແນກພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ, ສະຖານບັນ ກູບາ ມິດຕະພາບກັບບັນດາຊົນຊາດ (ICAP), ຄະນະກໍາມະການປົກປ້ອງການປະຕິວັດ (CDR), ໄດ້ຈັດຕັ້ງການເຄື່ອນໄຫວທໍາອິດ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີ ແຫ່ງການຢ້ຽມຢາມຫວຽດນາມ ຄັ້ງປະຫວັດສາດຂອງຜູ້ນໍາການປະຕິວັດ ກູບາ Fidel Castro ເມື່ອເດືອນກັນຍາ 1973. 

ກ່າວຄໍາເຫັນນະທີ່ນີ້, ທ່ານ ICAP Jose Prieto Cintado ຮອງປະທານ ICAP ໄດ້ຢັ້ງຢືນເຖິງບັນດາການເຄື່ອນໄຫວ, ບັນດາຄໍາຖະແຫຼງອໍາມະຕະຂອງຜູ້ນໍາ Fidel ກ່ຽວກັບນໍ້າໃຈສາມັກຄີີ ທີ່ມີຕໍ່ ຫວຽດນາມ ແມ່ນຊັບສົມບັດອັນລໍ້າຄ່າໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ ແລະ ແມ່ນການສະແດງທີ່ມີຊີວິດຊີວາ ກ່ຽວກັບປະຈັນບານ, ເຈດຈໍານົງ ແລະ ນໍ້າໃຈຕໍ່ການປະຕິວັດຂອງ ທ່ານ Fidel Castro  ເນື່ອງຈາກນັ້ນ ຍັງຄົງຮັກສາຄຸນຄ່ານັ້ນໄວ້ເໝືອນເດີມ ເພື່ອເປັນແບບຢາງໃຫ້ຄົນລຸ້ນໜຸ່ມຂອງກູບາໃນປັດຈຸບັນ. ທ່ານ ຫງວຽນຈູງແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກູບາ ຢັ້ງຢືນວ່າ ປະຊາຊົນຫວຽດນາມ ຈະເພີ່ມທະວີໄມຕີຈິດຖານອ້າຍນ້ອງອັນດີງາມ ແລະ ບໍລິສຸດຜຸດຜ່່ອງກັບປະຊາຊົນ ກູບາ ຢ່າງບໍ່ຢຸດຢັ້ງ.

        ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມປະຈໍາກູບາ ກໍຈັດງານວາງສະແດງຮູບຖ່າຍປະຫວັດສາດຂອງຜູ້ນໍາ Fidel Castro ໃນເວລາໄປຢ້ຽມຢາມແຂວງກວາງຈິ ແລະ ການພົວພັນລະຫວ່າງສອງປະເທດ ແລະ ຮູບພາບກ່ຽວກັບວິວັດການແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ. ຄາດວ່າ ການເຄື່ອນໄຫວ ສະເຫຼີມສະຫຼອງ 45 ປີ ແຫ່ງການຢ້ຽມຢາມຫວຽດນາມ ຄັ້ງປະຫວັດສາດຂອງຜູ້ນໍາ Fidel ຈະດໍາເນີນຢູ່ແຂວງ, ນະຄອນ ເກືອບທັງໝົດຂອງກູບາ ແລະ ພິທີໄຂທາງການຈະໄດ້ຈັດຂຶ້ນໃນວັນທີ 12 ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ