ກູ​ບາ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ກຸ່ມ G77ແລະ ຈີນ​ ປີ 2023

(VOVWORLD) -

ທ່ານເລຂາທິການໃຫ່ຍ ສປຊ ແລະ ບັນດານັກບັນລະຍາຍ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາ ແລະ ປະຕິຮູບ ລະບົບການເງິນທົ່ວໂລກໂດຍດ່ວນ.


ກູ​ບາ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ກຸ່ມ G77ແລະ ຈີນ​ ປີ 2023 - ảnh 1

 (ພາບ: AFP/TTXVN)

 ຄຳຮຽກຮ້ອງຂອງທ່ານເລຂາທິການໃຫ່ຍ ສປຊ Antonio Guterresໄດ້ຍົກອອກມາທີ່ພິທີມອບຮັບຕຳແໜ່ງປະທານກຸ່ມ 77 ປະເທດ (G77) ແລະ ຈີນ ຢູ່ສຳນັກງານ ສປຊ ທີ່ນະຄອນ ນິວຢອກ ປະເທດອາເມລິກາ ເມື່ອວັນທີ 12 ກັນຍາ.

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ກ່າວເຕືອນວ່າ ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)  ພວມໄປເຂວທິດ ແລະ ຊີ້ແຈ້ງວ່າຕ້ອງຍູ້ແຮງການເຄື່ອນໄຫວໜູນຊ່ວຍບັນດາປະເທດພວມພັດທະນາ. ທ່ານ Antonio Guterres ເນັ້ນໜັກວ່າ ໂລກຕ້ອງສ້າງກຳລັງໜູນໃຫ້ແກ່ພື້ນຖານເສດຖະກິດໂລກຄືນໃໝ່ ຜ່ານການອະປະຖຳໃຫ້ ບັນດາປະເທດພວມພັດທະນາ. ສປຊ ຕີລາຄາສູງຄວາມມານະພະຍາຍາມຂອງກຸ່ມ G77ແລະ ຈີນ ທີ່ສະໜັບສະໜູນ ສປຊ ໃນການຊຸກຍູ້ ເປົ້າໝາຍພັດທະນາແບບຍືນຍົງ (SDGs).

 ໃນສານສົ່ງມາຍັງເຫດການ, ທ່ານປະທານ ກູບາ Miguel Diaz-Canel ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພັດທະນາຂອງບັນດາປະເທດໃນກຸ່ມ G77 ແລະ ຈີນ. ທ່ານໄດ້ເນັ້ນໜັກວ່າ ບັນດາປະເທດ “ໄດ້ຕັ້ງຄວາມເຊື່ອໝັ້ນກັບ ກູບາ”, ພ້ອມທັງຕີລາຄາສູງອາຍຸການເປັນປະທານ 2022 ຂອງ ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ