ກູບາເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ

(VOVWORLD) -ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.
ກູບາເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ - ảnh 1   ພິທີໄດ້ເປີດສາກດ້ວຍການສາຍຮູບເງົາສາລະຄະດີດ້ວຍບັນດາຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈ (ພາບ: TTXVN)

        ພິທີໄດ້ເປີດສາກດ້ວຍການສາຍຮູບເງົາສາລະຄະດີດ້ວຍບັນດາຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈກ່ຽວກັບການຕໍ່ສູ້ 2 ຄັ້ງເພື່ອຍາດເອົາເອກະລາດຂອງກອງທັບແລະປະຊາຊົນຫວຽດນາມໃນສະຕະວັດກ່ອນ, ກໍ່ຄືບັນດາການຢ້ຽມຢາມຫວຽດນາມທີ່ເປັນໜ້າຈົດຈຳຂອງຜູ້ນຳ Fidel Castro ແລະທ່ານເລຂາທິການທີ່1ພັກກອມມູນິດກູບາ Raul Castro Ruz. ພາກການສະແດງສິລະປະວັດທະນະທຳ ປະກອບມີບັນດາລາຍການທີ່ເຕັມໄປດ້ວຍຄວາມປະທັບໃຈຂອງກອງດົນຕີປະສານສຽງແຫ່ງຊາດກູບາແລະຄະນະຟ້ອນລຳ Lizt Alfonso ທີ່ມີຊື່ສຽງໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ