ກູບາແລະຈີນຍູ້ແຮງການຮ່ວມມືດ້ານເສດຖະກິດ

ກູບາແລະຈີນຍູ້ແຮງການຮ່ວມມືດ້ານເສດຖະກິດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຈີ​ນ ສີ​ຈິ້ນ​ຜິງ ແລະ ປະ​ທານ​ກູ​ບາ
Raul Castro
ພາບ:baodatviet

(vovworld)- ວັນ​ທີ 26/8, ກູ​ບາ ແລະ ຈີນ ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຜ່ານ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຫລາຍ​ສະ​ບັບ​ໃນ​ຫລາຍ​ຂົງ​ເຂດ. ​ທ່ານ ຢາງ​ຊຽງ​ແຈນ, ຮອງ​ຫົວ​ຫນ້າ​ຫ້ອງ​ການ​ການ​ຄ້າ​ສາ​ກົນ ສັງ​ກັດ​ກະ​ຊວງ​ການ​ຄ້າ​ຈີນ ແລະ ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ແລະ ລົງ​ທຶນ​ຕ່າງ​ປະ​ເທດ ກູ​ບາ Rodrigo Malmierca ໄດ້​ເຂົ້າ​ຮ່ວມ​ລົງ​ນາມ​ບັນ​ດາ​ເອ​ກະ​ສານ​ສະ​ບັບ​ສຸດ​ທ້າຍ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ຮ່ວມ​ໃນ​ຂົງ​ເຂດ​ໂທ​ລະ​ຄົມ​ມະ​ນາ​ຄົມ​, ເຕັກ​ໂນ​ໂລ​ຊີ ແລະ ບັນ​ດາ​ແຫລ່ງ​ນ້ຳ. ກ່າວ​ຄຳ​ເຫັນກັບ​ວົງ​ການ​ນັກ​ຂ່າວ​ພາຍ​ຫລັງ​ພິ​ທີ​ລົງ​ນາມ, ທ່ານ ຢາງ​ຊຽງ​ແຈນ ໃຫ້​ຮູ້​ວ່າ ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ບັນ​ດາ​ຄວາມ​ຄືບ​ຫນ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ​ໄລ​ຍະ​ຜ່ານ​ມາ ພ້ອມ​ທັງ​ວາງ​ແຜນ​ການ​ໃຫ້​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Malmierca ໄດ້​ເນັ້ນ​ຫນັກ​ວ່າ ບັນ​ດາ​ຂໍ້​ຕົກ​ລົງ​ໃຫມ່​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແມ່ນ​ປະ​ຖົມ​ປັດ​ໄຈ​ໃຫ້​ການ​ເປີດກວ້າງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ Malmierca ໃຫ້​ຮູ້​ວ່າ: ແຫລ່ງ​ເງິນ​ລົງ​ທຶນ​ຂອງ​ຈີນ​ ເຂົ້າ​ກູ​ບາ ຫາ​ກໍ​ເລີ່ມ​ຕົ້ນພັດ​ທະ​ນາ​ຢ່າງ​ແຮງ ແລະ ສອງ​ປະ​ເທດມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຮ່ວມ​ກ່ຽວ​ກັບ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ