ກູບາແລະລັດເຊຍກ່າວປະນາມບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວຂອງອາເມລິກາ

(VOVWORLD) -ວັນທີ 03 ພະຈິກ, ທ່ານ Miguel Diaz Canel, ປະທານສະພາແຫ່ງຊາດລັດ ແລະ ສະພາລັດຖະມົນຕີກູບາ ໃຫ້ຮູ້ວ່າ

ປະເທດນີ້ສະໜັບສະໜູນທັດສະນະຂອງລັດເຊຍ, ນັ້ນແມ່ນຄັດຄ້ານເລື່ອງອາເມລິກາ ຈັດວາງບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວແນໃສ່ບັນດາປະເທດອື່ນ. ກ່າວຄຳເຫັນທີ່ການພົບປະກັນຄຸນພໍ່ Kirill ຂອງມົດສະກູ ແລະ ທົ່ວປະເທດລັດເຊຍ, ທ່ານປະທານ Diaz Canel ເນັ້ນໜັກວ່າ, ປະຈຸບັນ, ລາຮາວານ ພ້ອມກັບມົດສະກູ ກ່າວປະນາມບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວເຊິ່ງອາເມລິກາ ຈັດວາງຕໍ່ລັດເຊຍ, ກູບາ ແລະ ບັນດາປະເທດອື່ນ. ຄຳເຫັນຂອງທ່ານປະທານ Diaz Canel ໄດ້ຍົກອອກມາ ພາຍຫຼັງທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອຕົ້ນອາທິດໄດ້ຖະແຫຼງວ່າ ເຂົາເຈົ້າພວມກະກຽມຮັດແໜ້ນບັນດາຄຳສັ່ງລົງໂທດຕໍ່ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ