ກູບາແລະອາເມລິກາສົ່ງເສີມການເຈລະຈາກ່ຽວກັບດ້ານການບິນ

ກູບາແລະອາເມລິກາສົ່ງເສີມການເຈລະຈາກ່ຽວກັບດ້ານການບິນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19/08, ທ່ານ Gustavo Machin ຮອງ​ຫົວໜ້າ​ກົມ​ບັນດາ​ບັນຫາ​ກ່ຽວ​ກັບ ອາ​ເມ​ລິ​ກາ ຂອງ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ​ແຈ້ງ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບດ້ານ​ການບິນ ຢູ່​ນະຄອນຫລວງ La Habana. ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ​ກ່ຽວ​ກັບ​ລະດັບ​ກຽມພ້ອມ​ຂອງ​ບັນດາ​ສະໜາມ​ບິນ ກູ​ບາ ​ເພື່ອຕ້ອນຮັບ​ບັນດາ​ຖ້ຽວ​ບິນການ​ຄ້າ​ຈາກ ອາ​ເມ​ລິ​ກາ, ​ເຊິ່ງຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 13/08. ຕາມ​ຂໍ້​ຕົກລົງ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ແລ້ວ, JetBlue ຈະ​ກາຍ​ເປັນບໍລິສັດການບິນ​ທຳ​ອິດ​ຂອງ ອາ​ເມ​ລິ​ກາ ​ທີ່ເຊື່ອ​ມຕໍ່​ບັນດາ​ສາຍ​ການບິນ​ບໍລິການດ້ານ​ການ​ຄ້າໄປ​ຍັງ ກູ​ບາ ພາຍຫລັງກ່ວາ 50 ປີ. ຖ້ຽວ​ບິນ​ນີ້ ​​ເລີ່​ມແຕ່​ສະໜາມ​ບິນ Fort Lauderdale (ລັດ Florida) ​ເຖິງ​ນະຄອນ Santa Clara (ພາກ​ກາງ ກູ​ບາ) ​ໃນ​ວັນ​ທີ 31/08. ພາຍຫລັງ JetBlue, ບັນດາ​ບໍລິສັດການບິນ Silver Airways ​ແລະ American Airlines ຂອງ ອາ​ເມ​ລິ​ກາ ກໍ່​ຈະ​ເປີດສາຍ​ການບິນ​ປະຈຳ​ໄລຍະໄປ​ຍັງ ກູ​ບາ.

 

ຂ່າວ/ບົດ​ອື່ນ