ກຸ່ມ 4 ຝ່າຍສາກົນສະໜັບສະໜູນລັດຖະບານສາມັກຄີແຫ່ງຊາດຢູ່ລີບີ

ກຸ່ມ 4 ຝ່າຍສາກົນສະໜັບສະໜູນລັດຖະບານສາມັກຄີແຫ່ງຊາດຢູ່ລີບີ - ảnh 1
ກຸ່ມ 4 ຝ່າຍ​ສາກົນ​ກ່ຽວ​ກັບ ລີ​ບີ
(ພາບ: EPA/TTXVN)


(vovworld) - ວັນ​ທີ 18/3, ກຸ່ມ 4 ຝ່າຍ​ສາກົນ​ກ່ຽວ​ກັບ ລີ​ບີ, ​ເຊິ່ງລວມມີ ສະຫະ​ປະຊາ​ຊາດ, ສະຫະພາບ​ເອີ​ລົບ (EU), ສະຫະພັນ ອາຣັບ (AL), ສະຫະພັນ​ອາ​ຟະ​ລິ​ກາ (AU) ​ໄດ້​ປະກາດ​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ສາມັກຄີ​​ແຫ່ງ​ຊາດ​ຢູ່ ລີ​ບີ (GNA) ​ເພື່ອ​ແນ​ໃສ່​ສ້າງ​ສິດ​ຄວບ​ຄຸມ Tripoli ພາຍຫຼັງ​ການ​ຕໍ່ສູ້​ກັບ​ບັນດາ​ກຳລັງ​ທັບ​ຝ່າຍ​ຄ້ານ​ຫຼາຍ​ວັນ. ການ​ປະຊຸມ​ຂອງ​ສີ່​ຝ່າຍ​ກ່ຽວ​ກັບ ລີ​ບີ ດຳ​ເນີນ​ພາຍຫຼັງ​ບັນດາ​ມື​ປືນ​ຝ່າຍ​ຄ້ານ​ຍິງ​ປືນ​ໃສ່​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ຄືນ​ເຂົ້າ​ເຈົ້າ​ຢູ່​ນະຄອນຫຼວງ Tripoli ຂອງ​ລີ​ບີ 1 ວັນ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ປະຊຸມ​ຢູ່ Cairo, ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ ອາຣັບ Ahmed Abul Gheit ​ໃຫ້​ຮູ້​ວ່າ ກຸ່ມ​ສີ່​ຝ່າຍ​ພວມ​ຕິດຕາມ “ການ​ຜັນ​ແປ​ທີ່​ອັນຕະລາຍ​ທຸກ​ຢ່າງ​ຢູ່ Tripoli “. ທ່ານ​ຢືນຢັນ​ວ່າ, ຈຸດປະສົງ​ຂອງ​ການ​ປະຊຸມ​ຂອງ​ກຸ່ມ​ສີ່​ຝ່າຍ​ຢູ່ Cairo ​ແມ່ນ​ “ກະກຽມ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ທຸກ​ກົນ​ໄກ​ສົນທະນາ​ລະຫວ່າງ​ທຸກ​ຝ່າຍ​ຢູ່ ລີ​ບີ“.

ຕອບກັບ

ຂ່າວ/ບົດ​ອື່ນ