ກຸ່ມ G77 ແລະ ຈີນ ສ​າ​ມັກ​ຄີ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ

(VOVWORLD) -  ທ່ານນາງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ກູບາ (CITMA) Elba Rosa Perez ຮຽກຮ້ອງໃຫ້ກຸ່ມ G77 ແລະ ຈີນ ສາມັກຄີ ແລະ ຮ່ວມມືກັນແບບຍືນຍົງໃນລະດັບທົ່ວໂລກ ເພື່ອຮັບມືກັບວິກິດການດິນຟ້າອາກາດ ເພາະວ່າ ບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແມ່ນບໍ່ມີພົມແດນ. 
ກຸ່ມ G77 ແລະ ຈີນ ສ​າ​ມັກ​ຄີ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ - ảnh 1ສະພາບການແມ່ນ້ຳ Po ຢູ່ເຂດ Veneto, ປະເທດ ອີຕາລີ ໃນວັນທີ 5/7/2022 (ພາບ:AFP/TTXVN)

ນັບແຕ່ວັນທີ  4 – 7 ກໍລະກົດ, ບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ລັດຖະມົນຕີກະຊວງສິ່ງແວດລ້ອມ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳຂອງກຸ່ມ G77 ແລະ ຈີນ ຢູ່ນະຄອນຫຼວງ La Habana, ກູບາ, ເພື່ອແນໃສ່ຮັບຮອງເອົາຖະແຫຼງການສຸດທ້າຍ ເພື່ອຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ, ການຊຸດໂຊມຂອງດິນ ແລະ ມົນລະພິດ, ພ້ອມທັງອະນຸລັກຮັກສາຊີວະນາໆພັນ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານນາງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ກູບາ (CITMA) Elba Rosa Perez ຮຽກຮ້ອງໃຫ້ກຸ່ມ G77 ແລະ ຈີນ ສາມັກຄີ ແລະ ຮ່ວມມືກັນແບບຍືນຍົງໃນລະດັບທົ່ວໂລກ ເພື່ອຮັບມືກັບວິກິດການດິນຟ້າອາກາດ ເພາະວ່າ ບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແມ່ນບໍ່ມີພົມແດນ. ທ່ານນາງ ກໍກ່າວເຕືອນວ່າ ຍັງເຫຼືອເວລາບໍ່ຫຼາຍເພື່ອຍົກອອກບັນດາຂໍ້ຕົກລົງ ແລະ ການກະທຳທີ່ຈຳເປັນເພື່ອແນໃສ່ຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ. ເຈົ້າໜ້າທີ່ ກູບາ ເນັ້ນໜັ້ກວ່າ ການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບການສູນເສຍຊີວະນາໆພັນ ແມ່ນສິ່ງທ້າທາຍທີ່ສັບສົນສຳລັບບັນດາປະເທດພວມພັດທະນາ, ຈຳເປັນຕ້ອງນຳໃຊ້ແຫຼ່ງການເງິນ, ຊັບພະຍາກອນມະນຸດ ແລະ ເຕັກໂນໂລຢີໂດຍຈຳກັດຂອງຕົນ ເພື່ອຮັບມືກັບວິກິດການຫຼາຍສົ້ນ ເຊິ່ງນັບມື້ນັບຮ້າຍແຮງກວ່າ ຍ້ອນໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ