ກົມການເມືອງຈັດການປະຊຸມປະກອບຄຳເຫັນໃສ່ບັນດາແຜນຮ່າງຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12

(VOVWORLD) - “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”...
ກົມການເມືອງຈັດການປະຊຸມປະກອບຄຳເຫັນໃສ່ບັນດາແຜນຮ່າງຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12 - ảnh 1ກອງປະຊຸມຂອງກົມການເມືອງ

ໃນລະຫວ່າງວັນທີ 11 – 12 ເມສາ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ກົມການເມືອງ ໄດ້ຈັດການປະຊຸມເພື່ອປະກອບຄຳເຫັນໃສ່ແຜນຮ່າງກະກຽມເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 7 ຊຸດທີ 12 ລວມມີ: “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່”; “ປະຕິຮູບນະໂຍບາຍປະກັນສັງຄົມ” ແລະ “ປະຕິຮູບນະໂຍບາຍເງິນເດືອນ ສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ”.

        ກ່າວຄຳເຫັນສະຫລຸບກອງປະຊຸມໃນວັນທີ 12 ເມສາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາຄະນະຊີ້ນຳແຜນຮ່າງຮັບເອົາຄຳເຫັນຂອງກົມການເມືອງ, ຄະນະເລຂາ, ປັບປຸງບັນດາແຜນຮ່າງຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ