ກົມການເມືອງເຮັດວຽກ ກັບຄະນະປະຈຳພັກ ແຂວງເທື່ອທຽນເຫ້ວ


ກົມການເມືອງເຮັດວຽກ ກັບຄະນະປະຈຳພັກ ແຂວງເທື່ອທຽນເຫ້ວ - ảnh 1

(ພາບ: http://hanoimoi.com.vn)

(vovworld) –​ ​ວັນ​ທີ 10/7, ຢູ່​ຮ່​າໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເປັນ​ປະທານ​ການ​ເຮັດ​ວຽກ​ຂອງ​ກົມ​ການ​ເມືອງກັບຄະນະ​ປະຈຳ​ພັກ​ແຂວງ​ເທື່ອ​ທຽນ​ເຫ້ວ.

  ​ໃນ 5 ປີຜ່ານມາ, ​ເທື່ອ​ທຽນ​ເຫ້ວ ​ແລະ ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ສະຫລຸບເລກທີ 48 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາແຂວງ​ເທື່ອ​ທຽນ​ເຫ້ວ ​ແລະ ຕົວ​ເມືອງ​ເຫ້ວ ຮອດ​ປີ 2020 ດ້ວຍ​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ສະ​ເລ່ຍບັນລຸ​ກ່ວາ 10%, ສູງ​ກ່ວາລະ​ດັບ​ສະ​ເລ່ຍລວມຂອງ​ທົ່ວ​ປະ​ເທດ. ແຂວງ​ເທື່ອ​ທຽນ​ເຫ້ວ ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ບັນລຸ​​ໄດ້​ໝາກຜົນ​ເບື້ອງ​ຕົ້ນ​ເພື່ອ​ກາຍ​ເປັນ​ສູນວັດທະ ນະທຳ, ທ່ອງ​ທ່ຽວ​ພິ​ເສດສະ​ເພາະ, ສູນ​ການ​​ແພດ​ລົງ​ເລິກ, ສູນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສຶກສາ​ບຳລຸງ​ສ້າງ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ​ທີ່​ມີ​ຄຸນ​ນະພາ​ບສູງ.

  ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ໃຫ້ແຂວງ​ເທື່ອ​ທຽນ​ເຫ້ວ ຈົ່ງ​ປ່ຽນ​ໃໝ່​ດ້ານ​ຈິນຕະ​ນາ​ການ, ວິ​ທີ​ການ​ຊີ້​ນຳ​ນຳພາ​ຢ່າງ​ແຮງ​ກ່ວາ, ​ເປັນ​ເຈົ້າການ​ກ່ວາ​ໃນ​ການ​ລະດົມ​ແຫຼ່ງກຳລັງ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ພັດທະນາ​ວ່ອງ​ໄວ, ໝັ້ນຄົງ ​ແລະ ປະຕິບັດ​ບັນດາ​ຈຸດໝາຍ, ໜ້າ​ທີ່​ໄດ້​ກຳນົດ​ໃນ​ຂໍ້​ສະຫລຸບ ​ແລະ ມະຕິ​ຂອງກອງ​ປະຊຸມ​ໃຫ່ຍ​ອົງຄະ​ນະ​ພັກ​ແຂວງ./.

ຂ່າວ/ບົດ​ອື່ນ