ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ

(VOVWORLD) -ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ກໍ່ສະເໜີໃຫ້ AIA ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອງໃນວົງຄະນະຍາດ, ເພີ່ມທະວີການເຄື່ອນໄຫວກຸສົນ, ໜູນຊ່ວຍວົງຄະນະຍາດ.
ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ - ảnh 1ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕ້ອນຮັບທ່ານ Lee Yuan Siong, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດປະກັນຊີວິດ AIA
(ພາບ: TTXVN)

ຕອນເຊົ້າວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Lee Yuan Siong, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດປະກັນຊີວິດ AIA ອາເມລິກາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຊົມເຊີຍໃຫ້ກຸ່ມບໍລິສັດ AIA ພາຍຫຼັງການເຄື່ອນໄຫວຢູ່ ຫວຽດນາມ ເປັນເວລາກວ່າ 20 ປີ ໄດ້ຢືນຢັນທີ່ຕັ້ງແຖວໜ້າຂອງຕົນໃນຕະຫຼາດປະກັນຊີວິດ. ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວນ ກໍ່ສະເໜີໃຫ້ AIA ສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອງໃນວົງຄະນະຍາດ, ເພີ່ມທະວີການເຄື່ອນໄຫວກຸສົນ, ໜູນຊ່ວຍວົງຄະນະຍາດ.

        ສ່ວນທ່ານ Lee Yuan Siong ໃຫ້ຮູ້ວ່າ, ກຸ່ມບໍລິສັດ AIA ພວມສົນໃຈຕໍ່ 2 ຂົງເຂດແມ່ນ Logistic ແລະ ເບິ່ງແຍງດູແລດ້ານການແພດ ແລະ  ຫວຽດນາມ ແມ່ນຕະຫຼາດສຳຄັນເພື່ອໃຫ້ກຸ່ມບໍລິສັດປະຕິບັດແຜນການລົງທຶນຂອງຕົນ. ກຸ່ມບໍລິສັດ AIA ຈະສືບຕໍ່ໜູນຊ່ວຍ, ປະກອບສ່ວນເຂົ້າໃນການພັດທະນາຂອງເສດຖະກິດ - ສັງຄົມ ຫວຽດນາມ ແລະ ບັນດາການເຄື່ອນໄຫວ, ໂຄງການເພື່ອວົງຄະນະຍາດຢູ່ ຫວຽດນາມ. ທ່ານ Lee Yuan Siong ສະແດງຄວາມເຊື່ອໝັ້ນວ່າ,  ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວັດທະນາຖາວອນໃນອະນາຄົດ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານ ໃຫ້ແກ່ການພັດທະນາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ