ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມຜັນຂະຫຍາຍແຜນການປີ2015

ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມຜັນຂະຫຍາຍແຜນການປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ ​ຫວຽດ​ນາມ ຄວນ​ຕິດ​ຕາມກວດ​ກາ​ການ​ຜັນ​ແປ່​ລາ​ຄາ​ນ້ຳ​ມັນ​ໂລກ​ເພື່ອ​ມີ​ແຜນ​ການ​ຮັບ​ມື​ໃນ​ການ​ລົງ​ທຶນ, ຂຸດ​ຄົ້ນ, ພ້ອມ​ທັງ​ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ປອດ​ໄພ ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ນ້ຳ​ມັນ​ອາຍ​ແກັ​ສ​ໃນ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ປີ 2015 ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ ​ຫວຽດ​ນາມ. ທ່ານ ຮ່​ວາງ​ຈູງ​ຫາຍ, ເນັ້ນ​ໜັກ​ວ່າ:

    “ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ ຫວຽດ​ນາມ (PVN) ເມື່ອ​​ລາ​ຄານ້ຳ​ມັນເໜັງ​ຕີງ​ ​ໄດ້​ມີ​ມາ​ດ​ຕະ​ການ​ແກ້​ໄຂ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ. ປະ​ຈຸ​ບັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ໄດ້​ມອບ​ໝາຍ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ພ້ອມ​ກັບ PVN ຄິດ​ໄລ່​ມາດ​ຕະ​ການ. ສະ​ເໜີ​ໃຫ້ PVN ຕິດ​ຕາມກວດ​ກາ​ການ​ຜັນ​ແປ່​ເພື່ອ​ຮັບ​ມື, ພ້ອມ​ທັງ​ກວດ​ກາ​ແຜນ​ການ​ຜະ​ລິ​ດ. ການ​ຜະ​ລິດ ແລະ ຂຸດ​ຄົ້ນ​ຕ້ອງ​ຮັບ​ປະ​ກັນ​ຄວາມປອດ​ໄພ, ​ສົມ​ທົບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນຂອງ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ