ກຸ່ມບໍ​ລິ​ສັດ​ແຖວ​ໜ້າ​ ໄທ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ແງ່​ຫວັງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ

(VOVWORLD) -ໃນບົດຕອບສຳພາດທີ່ໄດ້ລົງເວັບໄຊ AsiaNikkeiReview ໃນວັນທີ 5 ເມສາ, ທ່ານ ຣົງລົດ ຣັງສິໂຍພາດ ປະທານທັງເປັນຜູ້ອຳນວຍການກຸ່ມບໍລິສັດ SCG ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດບຸລິມະສິດແຖວໜ້າ ຂອງ SCG ໃນຊຸມປີຈະມາເຖິງ. 
ກຸ່ມບໍ​ລິ​ສັດ​ແຖວ​ໜ້າ​ ໄທ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ແງ່​ຫວັງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ - ảnh 1Siam Cement Group  (ພາບ: Reuters)

Siam Cement Group (SCG) ຊຶ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດອຸດສາຫະກຳແຖວໜ້າ ຂອງ ໄທ, ໄດ້ສະແດງຄວາມປະເອີບໃຈ ຕໍ່ແງ່ຫວັງດຳເນີນທຸລະກິດ ຢູ່ບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ລາຍລະອຽດແມ່ນຢູ່ ຫວຽດນາມ. ໃນບົດຕອບສຳພາດທີ່ໄດ້ລົງເວັບໄຊ AsiaNikkeiReview ໃນວັນທີ 5 ເມສາ, ທ່ານ ຣົງລົດ ຣັງສິໂຍພາດ ປະທານທັງເປັນຜູ້ອຳນວຍການກຸ່ມບໍລິສັດ SCG ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດບຸລິມະສິດແຖວໜ້າ ຂອງ SCG ໃນຊຸມປີຈະມາເຖິງ. SCG ຄາດຄະເນວ່າ ລາຍຮັບຈາກບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້ (ນອກຈາກ ໄທ) ຈະເພີ່ມຂຶ້ນ ແລະ ກວມເອົາ 35% ຍອດລາຍຮັບ, ເມື່ອທຽບໃສ່ກັບລະດັບ 26% ຄືໃນປັດຈຸບັນ, ເມື່ອໂຮງງານຜະລິດນ້ຳມັນຂອງ ຫວຽດນາມ ເຂົ້າສູ່ການເຄື່ອນໄຫວ. SCG ມີບາງໂຄງການພວມໄດ້ຮັບການຜັນຂະຫຍາຍ, ບາງໂຄງການໃຫຍ່ຄື ກຸ່ມເຄມີຢູ່ພາກເໜືອ ຫວຽດນາມ, ໂດຍບໍ່ຖືກຜົນກະທົບຈາກໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ