ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກກະກຽມເນື້ອໃນຖະແຫຼງການຮ່ວມຍື່ນສະເໜີໃນສັບປະດາຂັ້ນສູງ APEC 2017

(VOVWORLD) -ວັນທີ 22 ສິງຫາ ໃນມື້ເຮັດວຽກທີ 2 ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກຂອງ SOM 3 –APEC ໄດ້ສະຫງວນເວລາສ່ວນຫຼາຍໃຫ້ບັນດາເນື້ອໃນໆຖະແຫຼງການຮ່ວມຈະຍື່ນສະເໜີໃນສັບປະດາຂັ້ນສູງ APEC ໃນທ້າຍປີນີ້

ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກກະກຽມເນື້ອໃນຖະແຫຼງການຮ່ວມຍື່ນສະເໜີໃນສັບປະດາຂັ້ນສູງ APEC 2017 - ảnh 1 (ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກກະກຽມເນື້ອໃນ

ຖະແຫຼງການຮ່ວມຍື່ນສະເໜີໃນສັບປະດາຂັ້ນສູງ APEC 2017)

 ຮັບຟັງບັນດາການລາຍງານ, ຂໍ້ສະເໜີໃໝ່ຂອງບັນດາພື້ນຖານເສດຖະກິດໃຫ້ປີ 2018 ພ້ອມກັບບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍສຳລັບແມ່ຍິງ ແລະ ພື້ນຖານເສດຖະກິດ; ດຶງດູດການລົງທຶນ ແລະ ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນໃຫ້ຂະແໜງສາທາລະນະສຸກ… ບັນດາຜູ້ແທນໃຫ້ຮູ້ວ່າ: ຖະແຫຼງການຮ່ວມຄັ້ງນີ້ຂອງກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກຈະສຸມໃສ່ຍົກອອກບັນດາສານຈຸດສຸມ ນັ້ນແມ່ນ: ບັນດາພື້ນຖານເສດຖະກິດສະມາຊິກ APEC ຕ້ອງເພີ່ມທະວີລົງທຶນໃຫ້ຂະແໜງສາທາລະນະສຸກ; ພ້ອມກັນຮ່ວມແຮງຮ່ວມໃຈໃນການປ້ອງກັນຕ້ານບັນດາພະຍາດບໍ່ຕິດແປດ ແລະ ພົນລະເມືອງມີອາຍຸສູງກວມສ່ວນຫຼາຍ; ສຸມໃສ່ຮ່ວມມືປ້ອງກັນ, ຕ້ານພະຍາດເກີດຂຶ້ນໃໝ່ ແລະ ແຜ່ລະບາດ, ພິເສດແມ່ນກະກຽມກັບກໍລະນີຮັບມື, ກຽມພ້ອມຮັບມືກັບບັນດາສະພາບການຮີບດ່ວນກໍ່ຄື: ອາການຂອງໂລກພະຍາດ; ເພີ່ມທະວີລະບົບສາທາລະນະສຸກ, ສຸມໃສ່ຍູ້ແຮງສາທາລະນະສຸກຂັ້ນພື້ນຖານ, ເບິ່ງແຍງດູແລສຸຂະພາບຂັ້ນຕົ້ນ. ນຳຂະແໜງສາທາລະນະສຸກເຂົ້າໃນທຸກນະໂຍບາຍ, ລ້ວນແຕ່ຮັບໃຊ້ໃຫ້ສຸຂະພາບຂອງປະຊາຊົນ, ໜ້າທີ່ຂອງລະບົບການເມືອງ

ຕອບກັບ

ຂ່າວ/ບົດ​ອື່ນ