ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຝ​ລັ່ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງອົງການລັດຖະສະພາ, ແມ່ນຂົວເຊື່ມອຕໍ່ມິດຕະພາບໃຫ້ແກ່ການພົວພັນ ຫວຽດນາມ - ຝລັ່ງ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ ໃນທຸກຂົງເຂດ.
ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຝ​ລັ່ງ - ảnh 1ການໂອ້ລົມສົນທະນາລະຫວ່າງສອງຝ່າຍ (ພາບ: quochoi.vn )

ວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຝລັ່ງ - ຫວຽດນາມ ຂອງສະພາສູງ ຝລັ່ງ, ໂດຍທ່ານນາງ Catherine Deroche ປະທານກຸ່ມ ເປັນຫົວໜ້າຄະນະ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງອົງການລັດຖະສະພາ, ແມ່ນຂົວເຊື່ມອຕໍ່ມິດຕະພາບໃຫ້ແກ່ການພົວພັນ ຫວຽດນາມ - ຝລັ່ງ, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ ໃນທຸກຂົງເຂດ. ທ່ານປະທານສະພາແຫ່ງຊາດ ປາດຖະໜາກຢາກຮັບຮອງເອົາກຸ່ມສະມາຊິກລັດຖະສະພາ ເພື່ອເພີ່ມທະວີບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດ ໃນ ສະຫະພັນລັດຖະສະພາຝຣັ່ງໂກໂຟນີ, ສະເໜີໃຫ້ສອງກຸ່ມສະມາຊິກລັດຖະສະພາ ສືບຕໍ່ມີການພົວພັນຢ່າງແໜ້ນແຟ້ນ ແລະ ມີຫຼາຍການເຄື່ອນໄຫວເພື່ອເພີ່ມທະວີການພົວພັນລະຫວ່າງອົງການໂດຍປະຊາຊົນເລືອກຕັ້ງ ຢູ່ເຂດຕ່າງໆຂອງຝລັ່ງກັບບັນດາທ້ອງຖິ່ນ ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ