ກຸ່ມເຈລະຈາ ຕາລີບານ ໄປຍັງ ກາຕາ ເພື່ອກະກຽມໃຫ້ກອງປະຊຸມເຈລະຈາສັນຕິພາບກັບລັດະບານ ອາບການິດສະຖານ

(VOVWORLD) - ວັນທີ 05 ກັນຍາ, ຕາລີບານ ປະກາດວ່າ ກຸ່ມນັກເຈລະຈາຂອງກຸ່ມທະຫານກະບົດ ໄດ້ໄປຍັງ ກາຕາ.

 ນີ້ໄດ້ຮັບຖືວ່າ ແມ່ນສັນຍານທີ່ສະແດງໃຫ້ເຫັນບັນດາກອງປະຊຸມເຈລະຈາສັນຕິພາບ ຊື່ງຖືກໂຈະໄວ້ແຕ່ດົນແລ້ວລະຫວ່າງລັດຖະບານ ອາບການິດສະຖານ ແລະ ຕາລີບານ ໃກ້ທີ່ຈະເຄື່ອນໄຫວຄືນໃໝ່. ປະຈຸບັນ ວັນເວລາຈັດຕັ້ງກອງປະຊຸມເຈລະຈາສັນຕິພາບຢູ່ນະຄອນຫລວງ ໂດຮາ ຍັງບໍ່ທັນໄດ້ກຳນົດເທື່ອ.

ກຸ່ມເຈລະຈາ ຕາລີບານ ໄປຍັງ ກາຕາ ເພື່ອກະກຽມໃຫ້ກອງປະຊຸມເຈລະຈາສັນຕິພາບກັບລັດະບານ ອາບການິດສະຖານ - ảnh 1ການແລກປ່ຽນນັກໂທດ (ພາບ: AFP/TTXVN)

ທ່ານ Faraidoon Khawzoon ໂຄສົກຂອງສະພາໄກ່ເກ່ຍປອງດອງ ໃຫ້ຮູ້ວ່າ ກຸ່ມນັກເຈລະຈາພ້ອມແລ້ວທີ່ຈະພົບປະເຈລະຈາ ພາຍຫລັງການແລກປ່ຽນນັກໂທດໄດ້ສຳເລັດ. ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ທູດພິເສດແຖວໜ້າຂອງ ອາເມລິກາ ກ່ຽວກັບ ອາບການິດສະຖານ, ທ່ານ Zalmay Khalilzad ໄດ້ໄປຍັງ ໂດຮາ ໃນວັນທີ 04 ກັນຍາ, ສັນຍານອື່ນທີ່ສະແດງໃຫ້ເຫັນ ບັນດາການພົບປະເຈລະຈາອາດຈະດຳເນີນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ